ກອງປະຊຸມໃຫຍ່ສະມາຄົມນັກຂ່າວຫວຽດນາມຄັ້ງທີ10ດຳເນີນໃນລະຫວ່າງວັນທີ7-9/8/2015
(ການປະຊຸມຂ່າວກ່ຽວກັບ
ກອງປະຊຸມໃຫຍ່ສະມາຄົມນັກຂ່າວຫວຽດນາມຄັ້ງທີ 10)
(vovworld) - ທີ່ການປະຊຸມຂ່າວດຳເນີນໃນຕອນເຊົ້າວັນທີ6/8ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ຮ່າມິງເຫວ້, ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ສະມາຄົມນັກຂ່າວຫວຽດນາມ ຄັ້ງທີ 10, ອາຍຸການ 2015-2020 ຈະດຳເນີນໃນລະຫວ່າງວັນທີ 7-9/8/2015 ດ້ວຍການເຂົ້າຮ່ວມຂອງຜູ້ແທນທາງການ 501 ຄົນທີ່ຕາງຫນ້າໃຫ້ສະມາຊິກສະມາຄົມນັກຂ່າວກວ່າ 22.000 ຄົນ. ກອງປະຊຸມໃຫຍ່ຄັ້ງທີ 10 ຈະຕີລາຄາການເຄື່ອນໄຫວຂອງສະມາຄົມໃນອາຍຸການ (2010-2015), ຢືນຢັນ, ຍ້ອງຍໍບັນດາຄວາມມານະພະຍາຍາມ, ຜົນງານ ແລະ ການປະກອບສ່ວນສຳຄັນຂອງສື່ມວນຊົນທົ່ວປະເທດ, ຂອງສະມາຄົມນັກຂ່າວຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ຮ່າມິງເຫວ້,ໃຫ້ຮູ້ວ່າ: ເພື່ອສຳເລັດໜ້າທີ່ການເມືອງໃນໄລຍະໄໝ່ໃຫ້ເປັນຢ່າງດີ, ວົງການສື່ມວນຊົນຕ້ອງເອົາໃຈໃສ່ບຳລຸງສ້າງ ເພື່ອຍົກສູງຄຸນນະທາດດ້ານການເມືອງ, ຄວາມສາມາດ, ວິຊາສະເພາະ, ສະຕິຮັບຜິດຊອບຕໍ່ສັງຄົມ, ພັນທະຂອງພົນລະເມືອງ ແລະ ຈັນຍາບັນວິຊາຊີບຂອງນັກຂ່າວ.