ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງວິທະຍຸກະຈາຍສຽງຫວຽດນາມຄັ້ງທີ4
ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 4 ຂອງວິທະຍຸກະຈາຍສຽງ
ຫວຽດນາມ
|
(vovworld)- ຕອນເຊົ້າວັນທີ 21/8, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 4. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນເທກີ໋, ຮອງຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ຍ້ອງຍໍ ແລະ ຕີລາຄາສູງບັນດາໝາກຜົນບັນລຸໄດ້ໃນຂະບວນການແຂ່ງຂັນຮັກຊາດຂອງ ວິທະຍຸກະຈາຍສຽງຫວຽດນາມ ໃນ 5 ປີຜ່ານມາ ແລະ ຢືນຢັນວ່າ: ກະຈາຍສຽງສືບຕໍ່ແມ່ນພາຫະນະສື່ມວນຊົນມີກຳລັງດຶງດູດຜູ້ຟັງເປັນຈຳນວນຫລວງຫລາຍ, ພິເສດ ແມ່ນຢູ່ເຂດຊົນນະບົດ, ເຂດພູດອຍ. ນີ້ແມ່ນເຄື່ອງມືໂຄສະນາບັນດາແນວທາງ, ນະໂຍບາຍຂອງພັກ ແລະ ລັດ ຢ່າງຊັດເຈນ, ທັນການເຖິງຜູ້ຟັງຢູ່ພາຍໃນ ແລະ ຕ່າງປະເທດ. ຕາງຫນ້າໃຫ້ພະນັກງານ, ລັດຖະກອນ, ຄົນງານ 4000 ຄົນຂອງວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຫງວຽນດັງຕຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ປຸກລະດົມຂະບວນການແຂ່ງຂັນຮັກຊາດໄລຍະ 2015-2020, ສູ້ຊົນສຳເລັດຫນ້າທີ່ຊື່ງພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີ, ສົມກັບນາມມະຍົດວິລະຊົນ ຊື່ງພັກ ແລະ ລັດມອບໃຫ້.