ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງສະຫະພັນແມ່ຍິງຫວຽດນາມ
(ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ
ກ່າວຄວາມເຫັນທີ່ກອງປະຊຸມໃຫຍ່)
(vovworld) - ຕອນເຊົ້າວັນທີ 9/8, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ “ແມ່ຍິງຕັ້ງໜ້າຮຳ່ຮຽນ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ, ສ້າງຄອບຄົວໃຫ້ມີຄວາມຜາສຸກ“ ຄັ້ງທີ 3 ໄລຍະ 2010-2015. ກ່າວຄວາມເຫັນທີ່ກອງປະຊຸມໃຫຍ່, ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ, ເນັ້ນໜັກວ່າ: ໝາກຜົນຈາກບັນດາຂະບວນການແຂ່ງຂັນ ໂດຍສະຫະພັນແມ່ຍິງຫວຽດນາມ ປຸກລະດົມ ໄດ້ລະດົມກຳລັງໃຈແມ່ຍິງທຸກຊັ້ນວັນນະ ເສີມຂະຫຍາຍມູນເຊື້ອສາມັກຄີ. ມີຫົວຄິດປະດິດສ້າງໃນການອອກແຮງງານ, ຮຳ່ຮຽນ ແລະ ປະຕິບັດງານ, ບັນລຸໄດ້ຜົນງານທີ່ດີເດັ່ນໃນທຸກຂົງເຂດ, ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
“ການແຂ່ງຂັນຮັກຊາດ ຕ້ອງໄດ້ຮັບການດຳເນີນເປັນປະຈຳ; ການຈັດຕັ້ງບັນດາຂະບວນການແຂ່ງຂັນໃນສະຫະພັນແມ່ຍິງທຸກຂັ້ນ ຕ້ອງຕິດພັນກັບການປະຕິບັດບົດບາດໜ້າທີ່ຂອງທ້ອງຖີ່ນເປັນຢ່າງດີ. ຄວນສືບຕໍ່ຍູ້ແຮງຂະບວນການແຂ່ງຂັນ. ແມ່ຍິງຕັ້ງໜ້າຮຳ່ຮຽນ, ອອກແຮງງານ, ມີຫົວຄິດປະດິດສ້າງ, ກໍ່ສ້າງຄອບຄົວໃຫ້ມີຄວາມຜາສຸກ. ຕາມທິດນຳມຸ້ງໄປສູ່ຮາກຖານ ຕິດພັນກັບການຂົນຂວາຍກໍ່ສ້າງຊົນະບົດໃໝ່ ແລະ ຕົວເມືອງສີວິໄລ“.
ທີ່ກອງປະຊຸມໃຫຍ່, ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ ແລະ ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ 66 ຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດໃນໄລຍະຜ່ານມາ.