ພາບປະກອບ
|
(vovworld) – ຕາມແຫຼ່ງຂ່າວຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃນວັນທີ 3/4, ໂດຍໃຫ້ຮູ້ວ່າ: ລາຍການດົນຕີປະສານສຽງ Hennessy ຄັ້ງທີ 20 ປີນີ້ ຈະແນະນຳເຖິງມະຫາຊົນບົດລະຄອນດົນຕີທີ່ມີຊື່ສຽງຂອງໂລກ “La Bohème”. ລາຍການຈະຈັດຂຶ້ນໃນຕອນຄຳ່ວັນທີ 10/4, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ຄະນະນັກສິລະປິນຂອງ ໂຮງລະຄອນ ອົດສະຕາລີ ຈະນຳມາໃຫ້ຜູ້ຊົມ ຫວຽດນາມ ລາຍການສິລະປະສຸດຍອດ. ຄະນະຈັດຕັ້ງຈະຖ່າຍທອດລາຍການນີ້ຜ່ານໜ້າຈໍຂະໜາດໃຫຍ່ຢູ່ສະໜາມຫຼວງ ແກກມ້າງທ໋າງຕ໋າມ (ການປະຕິວັດເດືອນ ສິງຫາ), ເພື່ອໃຫ້ຜູ້ນິຍົມດົນຕີຮັບຊົມລະຄອນດົນຕີນີ້.
ດ້ວຍຄວາມຫວັງຢາກຊຸກຍູ້ດົນຕີຄຼເສສິກຢູ່ ຫວຽດນາມ, ໃນຫຼາຍປີຜ່ານມາ, ລາຍການສະແດງລະຄອນດົນຕີ Hennessy ໄດ້ນຳມາໃຫ້ມະຫາຊົນ ຫວຽດນາມ ກາລະໂອກາດໄດ້ຮັບຊົມບັນດາບົດລະຄອນດົນຕີຂອງນັກປະພັນດົນຕີທີ່ມີຄວາມປິຊາສາມາດ, ຜ່ານລາຍການສະແດງຂອງນັກສິລະປິນທີ່ມີຊື່ສຽງໃນໂລກ.