ກະກຽມໃຫ້ກອງປະຊຸມໃຫຍ່IPU132ໃຫ້ດີທີ່ສຸດ
ພາບປະກອບ
|
(vovworld) – ຕອນເຊົ້າວັນທີ 20/3, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານສົມທົບກັບອະນຸກຳມະການໂຄສະນາເຜີຍແຜ່ ໄດ້ຈັດຕັ້ງການຝຶກອົບຮົມໃຫ້ນັກຂ່າວຂອງບັນດາອົງການຂ່າວສານສື່ມວນຊົນພາຍໃນປະເທດກ່ຽວກັບກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU 132) ຈະໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 28/3 – 1/4.
ທີ່ການຝຶກອົບຮົມ, ທ່ານ ຫງວຽນແທ່ງຮືງ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ເນັ້ນໜັກວ່າ: ໂດຍອີງໃສ່ຈຸດພິເສດສະເພາະ ແລະ ທ່າແຮງຂອງແຕ່ລະຮູບການສື່ມວນຊົນ, ບັນດາອົງການສື່ມວນຊົນຕ້ອງເປັນເຈົ້າການໃນການສ້າງແຜນການໂຄສະນາເຜີຍແຜ່ຢ່າງເໝາະສົມ, ຮັບປະກັນການສະໜອງຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ IPU 132 ຢ່າງທັນການ:
“ການເຄື່ອນໄຫວໂຄສະນາຂໍ້ມູນຂ່າວສານຕ້ອງໄດ້ຮັບການຈັດຕັ້ງເປັນປະຈຳ, ຢ່າງຕໍ່ເນື່ອງ, ກ່ອນ, ໃນ ແລະ ພາຍຫຼັງກອງປະຊຸມໃຫຍ່, ໃຫ້ຂ່າວຢ່າງທັນການ, ຊັດເຈນກ່ຽວກັບບັນດາເນື້ອໃນໃນລາຍການດຳເນີນງານຂອງກອງປະຊຸມ, ຂໍ້ມູນຂ່າວສະແດງໄດ້ບົດບາດເປັນເຈົ້າການ, ຕັ້ງໜ້າ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດ ຫວຽດນາມ ເຂົ້າການເຄື່ອນໄຫວຂອງ IPU, ບົດບາດຂອງ IPU ໃນການເພີ່ມທະວີການຮ່ວມມືລັດຖະສະພາ. ຜ່ານການໂຄສະນາເຜີຍແຜ່, ກໍ່ສ່ອງແສງແນວທາງນະໂຍບາຍພົວພັນຕ່າງປະເທດ, ບັນດານະໂຍບາຍຮັບປະກັນຊີວິດສັງຄົມຂອງ ຫວຽດນາມຢ່າງທັນການ. ບັນດາອົງການສື່ມວນຊົນຕ້ອງເພີ່ມທະວີຈຳນວນຂ່າວ - ບົດໃນໄລຍະດຳເນີນກອງປະຊຸມໃຫຍ່.”