ກະ​ກຽມ​ໃຫ້​ແກ່​ລາຍ​ການ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ

(VOVWORLD) -ທີ່ກອງປະຊຸມກະກຽມໃຫ້ແກ່ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019 ຊື່ງໄດ້ດຳເນີນໃນຕອນເຊົ້າວັນທີ 7 ສິງຫາ ຢູ່ຮ່າໂນ້ຍ...
ກະ​ກຽມ​ໃຫ້​ແກ່​ລາຍ​ການ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ນເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ນເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງ, ບັນດາໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2016-2020, ໄດ້ສະເໜີໃຫ້ຄະນະປະຈຳ ຄະນະກຳມະການສູງກາງແນວໂຮມປະເທດຊາດຫວຽດນາມ ສົມທົບກັບຄະນະຊີ້ນຳ ບັນດາໂຄງການເປົ້າໝາຍແຫ່ງຊາດ ຈົ່ງສືບຕໍ່ກະຕຸກຊຸກຍູ້ການຮັບ ແລະ ນຳໃຊ້ກອງທຶນເພື່ອຄົນທຸກຍາກສູນກາງຢ່າງມີປະສິດທິຜົນ.

   ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ນເຫ້ວ ສະເໜີໃຫ້ນຳໃຊ້ແຫຼ່ງທຶນໜູນຊ່ວຍຄົນທຸກຍາກຂອງປີ 2019 ເພື່ອກໍ່ສ້າງເຮືອນຢູ່ໃຫ້ຄົນທຸກຍາກ, ຄອບຄົວຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກມີຄວາມສົມບູນກ່ວາ, ຈັດແບ່ງທຶນການສຶກສາໃຫ້ບັນດານັກຮຽນ, ນັກສຶກສາທຸກຍາກທີ່ພວມຮ່ຳຮຽນຢູ່ຕາມໂຮງຮຽນຕ່າງໆໃນເດືອນກັນປີ 2019 ຢ່າງທັນການ.


ຕອບກັບ

ຂ່າວ/ບົດ​ອື່ນ