(vovworld) – ວັນທີ 28/2, ມີຫຼາຍອົງການ, ຂະແໜງການຢູ່ນະຄອນ ຮ່າໂນ້ຍ ແລະ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມ, ການໂອ້ລົມສົນທະນາ ຮັບເອົາຄຳເຫັນ ກ່ຽວກັບບາງເນື້ອໃນໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ.
ທີ່ຮ່າໂນ້ຍ, ໃນການໂອ້ລົມສົນທະນາຜ່ານເຄືອຂ່າວອິນເຕີເນັດ ກັບບັນດາຊ່ຽວຊານກະຊວງຍຸຕິທຳ, ໂດຍປະຕູຖານເອເລັກໂຕນິກລັດຖະບານຈັດຕັ້ງຂຶ້ນ, ບັນດາຜູ້ແທນໄດ້ໄຈ້ແຍກເນື້ອໃນຮ່າງລັດຖະທຳມະນູນ ກໍ່ຄືບັນດາຈຸດໃໝ່ເພື່ອໃຫ້ປະຊາຊົນສຳພັດຢ່າງງ່າຍດາຍກ່ວາ ແລະ ຈາກນັ້ນມີຄຳເຫັນປະກອບຢ່າງຈະແຈ້ງເພື່ອຝາກເຖິງຄະນະກຳມະການຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ເມື່ອປຶກສາຫາລື ກ່ຽວກັບເນື້ອໃນຄວບຄຸມສິດອຳນາດເຊິ່ງໄດ້ຮັບການເພີ່ມເຕີມຢູ່ມາດຕາທີ 2 ຂອງ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ເມື່ອເວົ້າເຖິງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ບັນດາຜູ້ຊ່ຽວຊານຖືວ່າ: ເລື່ອງກໍສ້າງລັດຖະທຳມະນູນ ແມ່ນເຄື່ອງມືຢ່າງມີປະສິດທິຜົນ ເພື່ອໃຫ້ປະຊາຊົນຄວບຄຸມສິດອຳນາດຂອງລັດ. ເພື່ອໃຫ້ເລື່ອງຄວບຄຸມມີປະສິດທິຜົນ ວຽກງານນິຕິບັນຍັດ, ປະຕິບັດກົດໝາຍ, ຍຸດຕິທຳ ຕ້ອງກຳນົດຢ່າງຈະແຈ້ງໃນລັດຖະທຳມະນູນ.
ຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ ກໍ່ໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ທີ່ສະຫງວນໃຫ້ຜູ້ມີຍົດຖາບັນດາສັກ, ຊົນເຜົ່າ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ກ່ຽວຂ້ອງເຖິງບັນຫາການເຫຼື້ອມໃສ, ເຊື່ອຖືສະສາໜາ, ຫຼວງພໍ່ ເຈີ່ນແທງຈ້ວຽນ, ເລຂາທິການໃຫຍ່ສະມາຄົມຄິດທະສາສະໜາ ຟຸກເລີມ ຫວຽດນາມ, ໃຫ້ຮູ້ວ່າ:
“ມາດຕາ 25 ຂອງ ຮ່າງລັດຖະທຳມະນູນສະບັບປັບປຸງ ໄດ້ຕອບສະໜອງຄວາມຈິງໃນປະຈຸບັນ. ກ່ອນນີ້ ແມ່ນ “ພົນລະເມືອງມີສິດເສລີໃນການເຫຼື້ອມໃສສາສະໜາ, ຄັ້ງນີ້ປັບປຸງວ່າ “ທຸກໆຄົນມີສິດເສລີໃນການເຫຼື້ອມໃສສະສາໜາ” ສິ່ງດັ່ງກ່າວແມ່ນເໝາະສົມທີ່ສຸດ. ຢູ່ມາດຕາ 25 ມີຕອນຂຽນວ່າ “ບໍ່ມີໃຜມີສິດລະເມີດສິດເສລີໃນການເຫຼື້ອມໃສສະສາໜາ”, ພວກຂ້າພະເຈົ້າສະເໜີປັບປຸງວ່າ “ບໍ່ມີອົງການໃດ ແລະ ບໍ່ມີໃຜໄດ້ລະເມີດສິດເສລີໃນການເຫຼື້ອມໃສສະສາໜາ””
ແລະກໍ່ໃນວັນດຽວກັນ, ຄະນະຊາວໜຸ່ມກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທ່ານ ພົນຕີ ຟ້າມກິມດິ໋ງ, ເລຂາຄະນະບໍລິຫານຄະນະຊາວໜຸ່ມກະຊວງຕຳຫຼວດ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໃນຖັນແຖວພະນັກງານຫຼັກແຫຼ່ງຜ່ານເຄືອຂ່າຍ ອິນເຕີເນັດ. ທີ່ກອງປະຊຸມ, ບັນດາສະຫາຍເຂົ້າຮ່ວມໄດ້ກ່າວຄຳເຫັນຢ່າງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ, ພຸມປັນຍາ. ຂ້າພະເຈົ້າຖືວ່າ: ບັນດາເນື້ອໃນລ້ວນແຕ່ສາມາດຮັບເອົາແລະ ເຕົ້າໂຮມ ເພື່ອສ່ອງແສງບັນດາເນື້ອໃນທີ່ກ່ຽວຂ້ອງໂດຍກົງເຖິງບົດບາດການນຳພາຂອງພັກ, ຢັ້ງຢືນບົດບາດນຳພາຂອງພັກຕໍ່ລັດ, ສັງຄົມ ກໍ່ຄື ຢັ້ງຢືນທີ່ຕັ້ງຫຼັກແຫຼ່ງຂອງກຳລັງຕຳຫຼວດປະຊາຊົນໃນພາລະກິດຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັຮລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພໃນສັງຄົມ”