ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຊຸກຍູ້ການສ້າງເຄື່ອງໝາຍການຄ້າເຂົ້າສານສົ່ງອອກ

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຊຸກຍູ້ການສ້າງເຄື່ອງໝາຍການຄ້າເຂົ້າສານສົ່ງອອກ - ảnh 1
ພາບປະກອບ

(vovworld) - ວັນ​ທີ 8/8, ຢູ່​ແຂວງ ກາ​ເມົາ, ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ ​ໄດ້​ຈັດ​ຕັ້ງ ກອງ​ປະຊຸມ​ສຳ​ມະ​ນາ​ຊຸກຍູ້​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ເຂົ້າສານ​ສົ່ງ​ອອກ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໃຫ້​ຮູ້​ວ່າ: ​ແຕ່ລະ​ປີ, ຫວຽດນາມ ສົ່ງ​ອອກ​ເຂົ້າສານ​ເປັນ​ປົກກະຕິ ​ແຕ່ 6 – 7 ລ້ານ​ໂຕນ. ​ເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ເຂົ້າສານ​ຫວຽດນາມ ບັນລຸ​ມາດຕະຖານ​ສົ່ງ​ອອກ ​ແລະ ສ້າງ​ອິດ​ທິພົນ​ຊື່​ສຽງ​ໃນ​ຕະຫຼາດ​ສາກົນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ສົ່ງ​ເສີມ​ພັດທະນາ​ຮູບ​ແບບ “ທົ່ງ​ນາ​ກ້ວາງ​ໃຫຍ່”, ຜະລິດ​ເຂົ້າສານ​ສະອາດ, ປອດ​ໄພ, ບັນລຸ​ມາດຕະຖານ​ສາກົນ. ພ້ອມ​ກັນ​ນັ້ນ, ທາງກະຊວງ​ກໍກຳນົດ​ທິດ​ຜະລິດ​ເຂົ້າສານ​ຕາມ​ທິດ​ປົກກະຕິດ້ວຍຄຸ​ນນະພາ​ບສູງ, ຮັບປະກັນຫຼັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ, ຫັນບັນດາ​ຜະລິດ​ຕະພັນ​ເຂົ້າສານ​ເປັນ​ຫຼາຍຮູ​ບຫຼາຍ​ແບບ ທີ່​ເໝາະ​ສົມ​ກັບ​ແຕ່ລະ​ເຂດ, ຜະລິດ​ມີຈຸດ​ສຸມ​ເພື່ອ​ແນ​ໃສ່​ຈຸດໝາຍ​ມຸ້ງ​ໄປ​ເຖິງ​ການ​ສົ່ງ​ອອກ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ