ກະຊວງການຕ່າງປະເທດ ຫວຽດນາມ ຈັດການປະຊຸມຂ່າວປະຈຳເດືອນ

ກະຊວງການຕ່າງປະເທດ ຫວຽດນາມ ຈັດການປະຊຸມຂ່າວປະຈຳເດືອນ - ảnh 1
 ທ່ານ ເລືອ​ງ​ແທນ​ຫງີ້ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ
ພາບ: internet

(vovworld) - ວັນທີ 22/11, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະ​ຈຳ​ເດືອນ ​ເພື່ອ​ປະກາດ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດຂອງ ຫວຽດນາມ ​ແລະ ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວກັບ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສົນ​ໃຈ. ​ເມື່ອ​ເຕື້​ອງເຖິງ​ເລື່ອງ, ວັນ​ທີ 12/12 ຈະ​ມາ​ເຖິງ​ຢູ່​ນະຄອນຫລວງ ມາ​ນີລາ ປະ​ເທດ ຟິລິບ​ປີນ, ຈະ​ດຳ​ເນີນ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ລະຫວ່າງ​ບັນດາ​ປະ​ເທດ​ມີ​ຖະ​ແຫລ​ງການກ່ຽວ​ກັບ​ອະທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່ຂຶ້ນ​ກັບ ອາຊຽນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລືອ​ງ​ແທນ​ຫງີ້ ຊີ້​ແຈງ​ວ່າ: ​ເລື່ອງ​ທາ​ບທາມ​ຄຳ​ເຫັນ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ວຽກ​ງານ​ທຳ​ມະ​ດາ ​ແລະ ​ເປັນ​ປະຈຳ ​ເພື່ອ​ຊຸກຍູ້​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ຊຸກຍູ້​ແກ້​ໄຂການ​ພິພາດ​ໂດຍ​ສັນຕິ​ວິທີບົນ​ພື້ນຖານ​ກົດໝາຍ​ສາກົນ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ຫວ່າງ​ແລ້ວ​ນີ້, ຈີນ ​ໄດ້​ອອກ​ຫນັງສືຜ່ານ​ແດນ​ໃຫ້​ແກ່​ພົນລະ​ເມືອງ​ຂອງ​ຕົນ, ​ໃນ​ນັ້ນ ພິມ​ແຜ​ນທີ່​ຂອງ​ຈີນ ລວມມີ​ເສັ້ນທາງ 9 ຕອນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ເລືອ​ງ​ແທນ​ຫງີ້ ​ເນັ້ນ​ຫນັກ​ວ່າ:

        “ການ​ກະທຳ​ຂອງ​ຝ່າຍ​ຈີນ ​ໄດ້​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ກໍ​ຄື​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ສະ​ເພາະຂອງ ຫວຽດນາມ ສຳລັບ​ບັນ​ດາ​ເຂດ​ທະ​ເລທີ່​ກ່ຽວຂ້ອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຜູ້ຕາງຫນ້າ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ພົບ​ປະ​ກັບ​ຜູ້ຕາງຫນ້າ​ສະຖານທູດ ຈີນ ປະຈຳ​ຮ່າ​ໂນ້ຍ ​ເພື່ອ​ແລກປ່ຽນ​ຈົດໝາຍ​ທາງ​ການ ​ເພື່ອ ຄັດຄ້ານ ​ແລະ ສະ​ເຫ​ນີ​ຝ່າຍ​ຈີນ ຈົ່ງ​ຍົກ​ເລິກ​ບັນດາ​ເນື້ອ​ໃນ​ທີ່​ຜິດພາດ​ຊື່​ງ​ຖືກ​ລົງ​ພິມ​ໃນ​ຫນັງສືຜ່ານ​ແດນ​ດັ່ງກ່າວ.”

ຂ່າວ/ບົດ​ອື່ນ