ກະຊວງການຕ່າງປະເທດ ຫວຽດນາມ ຮຽກຮ້ອງ ຟີລິບປີນ ຮັບປະກັນຄວາມປອດໄພໃຫ້ແກ່ບັນດາພົນລະເມືອງ ຫວຽດນາມ

(VOVWORLD) - ຕອບສຳພາດນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າກໍລະນີພົນລະເມືອງ ຫວຽດນາມ 2 ຄົນ ຖືກກຸ່ມກໍ່ການຮ້າຍ Abu Sayyaf ສັງຫານຢູ່ ຟີລິບປິນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວູຮົ່ງນາມ ໃຫ້ຮູ້ວ່າ
ກະຊວງການຕ່າງປະເທດ ຫວຽດນາມ ຮຽກຮ້ອງ ຟີລິບປີນ ຮັບປະກັນຄວາມປອດໄພໃຫ້ແກ່ບັນດາພົນລະເມືອງ ຫວຽດນາມ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວູຮົ່ງນາມ

ຕອນເຊົ້າວັນທີ 5 ກໍລະກົດ ພາຍຫລັງທີ່ໄດ້ຮັບຂາວດັ່ງກ່າວ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຕົວອຸປະທູດ ຟີລິບປີນ ປະຈຳ ຫວຽດນາມ ມາແລກປ່ຽນ. ໃນຕອນບ່າຍຂອງວັນດຽວກັນ ສົບຂອງບັນດາຜູ້ຖືກເຄາະຮ້າຍໄດ້ຖືກກອງທັບ ຟີລິບປິນ ສົ່ງເຖິງໂຮງໝໍເຂດ Zamboanga ເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບດຳເນີນບັນດາລະບຽບການຢັ້ງຢືນລາຍຊື່. ຕອນຄ່ຳຂອງວັນທີ 6 ກໍລະກົດ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນບັນດາຜູ້ຮັບເຄາະຮ້າຍແມ່ນພົນລະເມືອງ ຫວຽດນາມ ທີ່ມີຊື່ວ່າ ຮ່ວາງຈູງທົງ ແລະ ຮ່ວາງວັນຫາຍ, ຊຶ່ງແມ່ນລູກເຮືອສັງກັດກ່ຳປັ່ນ Royal ຖືກກຸ່ມກໍ່ການຮ້າຍ Abu Sayyaf ລອບຈັບຕົວໃນເດືອນ ພະຈິກ 2016. ວັນທີ 7 ກໍລະກົດ ກະຊວງການຕ່າງປະເທດ ຟີລິບປີນ ຢືນຢັນວ່າ ລັດຖະບານ ຟີລິບປີນ ໝັ້ນໝາຍວ່າ ພວກກໍ່ໂທດກຳສຳລັບພົນລະເມືອງ ຫວຽດນາມ ຈະຕ້ອງຖືກນຳຂຶ້ນສານລົງໂທດຕາມລະບຽບກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ