ກະຊວງການຕ່າງປະເທດອີຣານຈະຊີ້ນຳການເຈລະຈານິວເຄຼຍກັບກຸ່ມ P5+1
ປະທານາທິບໍດີອີຣານ Hassan Rouhani
(ພາບ: AP)
|
(vovworld-) ປະທານາທິບໍດີອີຣານ Hassan Rouhani ໄດ້ຖະແຫຼງເມື່ອວັນທີ 5/9 ວ່າ ກະຊວງການຕ່າງປະເທດອີຮານ ຈະຊີ້ນຳບັນດາການເຈລະຈານິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກ. ກ່ອນໜ້ານັ້ນ, ບັນດາການເຈລະຈາໂດຍແມ່ນຜູ້ນຳສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດອີຣານ ທ່ານ Saeed Jalili ເປັນຜູ້ດຳເນີນ. ຄຳຖະແຫຼງດັ່ງກ່າວມີຄວາມໝາຍເຊັ່ນດຽວກັນກັບເລື່ອງ ລັດຖະມົນຕີການຕ່າງປະເທດອີຣານ Mohammad javad Zarif ເປັນຜູ້ຊີ້ນຳໂດຍກົງບັນດາການເຈລະຈາ ໃນອະນາຄົດກັບກຸ່ມ P5+1 ຫຼືເຈົ້າໜ້າທີ່ສະເພາະກິດທ່ານໜຶ່ງສັງກັດກະຊວງການຕ່າງປະເທດ ຈະຮັບແຕ່ງຕັ້ງຮັບຜິດ ຊອບບັນຫານີ້.
ຂ່າວຍັງໃຫ້ຮູ້ອີກວ່າ ບັນດານັກການທູດຝ່າຍຕາເວັນຕົກໃຫ້ຮູ້ວ່າ ບັນດາປະເທດມະຫາອຳນາດໃນໂລກ ຈະພະຍາຍາມບໍ່ກໍ່ກຳລັງດັນຕໍ່ອີຣານທີ່ກອງປະຊຸມຂອງ IAEA ຊຶ່ງຈະຖືກດຳເນີນໃນວັນທີ 9-13/9, ແນໃສ່ສ້າງກາລະໂອກາດເພື່ອໃຫ້ປະທານາທິບໍດີຄົນໃໝ່ຂອງອີຣານພິສູດໃຫ້ເຫັນວ່າ ທ່ານມີທ່າທີ່ເຂັ້ມງວດໃນການຫຼຸດຜ່ອນຄວາມເຄັ່ງຕຶງກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້.