ກະຊວງການຕ່າງປະເທດອາເມລິກາສະເໜີລືບຊື່ກູບາອອກຈາກບັນຊີລາຍຊື່ນັກອຸປະຖຳການກໍ່ການຮ້າຍ
ແຂກທ່ອງທ່ຽວ ອາເມລິກາ ຢູ່ ກູບາ
(ພາບ: Getty)
|
(vovworld) - ວັນທີ 9/4, ໃນການຢ້ຽມຢາມ Jamaica, ປະທານາທິບໍດີອາເມລິກາ Barack Obama ແຈ້ງໃຫ້ຮູ້ວ່າ ກະຊວງການຕ່າງປະເທດອາເມລິກາ ໄດ້ພິຈາລະນາບັນຫາລືບຊື່ກູບາ ອອກຈາກບັນຊີລາຍຊື່ນັກອຸປະຖຳການກໍ່ການຮ້າຍສຳເລັດ. ແຕ່ຍັງບໍ່ທັນມີຂໍ້ຕົກລົງກ່ຽວກັບບັນຫານີ້ຢ່າງເປັນທາງການເທື່ອ.
ກ່ອນໜ້ານັ້ນ, ວັນທີ 7/4, ທ່ານຮອງທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ Ben Rhodes ໃຫ້ຮູ້ວ່າ, ປະທານາທິບໍດີອາເມລິກາ Barack Obama ອາດຈະມີຂໍ້ຕົກລົງລືບຊື່ກູບາ ອອກຈາກບັນຊີລາຍຊື່ນັກອຸປະຖຳການກໍ່ການຮ້າຍ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດທະວີບອາເມລິກາຄັ້ງທີ 7, ໃນລະຫວ່າງວັນທີ 10-11/4 ຢູ່ Panama.