ກະຊວງການເງິນຫວຽດນາມ ແລະ ກະຊວງການເງິນ ອົດສະຕາລີ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື

(VOVWORLD) -ພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ລະຫວ່າງ ທ່ານ ດີງຕຽນຢູງ, ລັດຖະມົນຕີກະຊວງການເງິນຫວຽດນາມ ແລະ ທ່ານ Scott John Morrion, ລັດຖະມົນຕີກະຊວງການເງິນ ອົດສະຕາລີ ໄດ້ດຳເນີນໃນຕອນບ່າຍວັນທີ 20 ຕຸລາ. 
ກະຊວງການເງິນຫວຽດນາມ ແລະ ກະຊວງການເງິນ ອົດສະຕາລີ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື - ảnh 1 ທ່ານ ດີງຕຽນຢູງ, ລັດຖະມົນຕີກະຊວງການເງິນຫວຽດນາມ ແລະ ທ່ານ Scott John Morrion, ລັດຖະມົນຕີກະຊວງການເງິນ ອົດສະຕາລີ ທີ່ພິທີລົງນາມ

ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວ ແມ່ນຂີດໝາຍສຳຄັນໃນການພົວພັນຮ່ວມມື, ສ້າງພື້ນຖານຊ່ວຍໃຫ້ບັນດາພະນັກງານຂອງສອງກະຊວງ ສ້າງຕັ້ງການພົວພັນຮ່ວມມືຢ່າງແຫນ້ນແຟ້ນ. ພະນັກງານກະຊວງການເງິນຫວຽດນາມ  ມີກາລະໂອກາດຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງລັດ ຈາກ ອົດສະຕາລີ, ຮັບໃຊ້ວຽກງານຄຸ້ມຄອງລັດ, ເພີ່ມແຫລ່ງຂໍ້ມູນຂ່າວທາບທາມໃນການສ້າງນະໂຍບາຍ, ບັນດາເອກະສານນິຕິກຳກ່ຽວກັບດ້ານການເງິນ ແລະ ຜັນຂະຫຍາຍນະໂຍບາຍ, ເອກະສານນິຕິກຳສະບັບໃຫມ່ຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ