ກະຊວງການເງິນອາເມລິກາກະຕຸກຊຸກຍູ້ສະພາແຫ່ງຊາດຍົກເພດານໜີ້ສາທາລະນະໂດຍໄວ
ລັດຖະມົນຕີກະຊວງການເງິນ ອາເມລິກາ Jacob Lew
(ພາບ: AFP)
(vovworld) – ວັນທີ 3/2, ລັດຖະມົນຕີກະຊວງການເງິນ ອາເມລິກາ Jacob Lew ກະຕຸກຊຸກຍູ້ສະພາແຫ່ງຊາດຍົກເພດານໜີ້ສິນກ່ອນຈຸດເວລາທີ່ລັດຖະບານຂາດສິດກູ້ຢືມໃນວັນທີ 7/2 ຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການເງິນ Jacob Lew ໃຫ້ຮູ້ວ່າ: ເວລາຍັງເຫຼືອບໍ່ມີຫຼາຍ, ສະພາແຫ່ງຊາດຕ້ອງມີການກະທຳໃນທັນທີເພື່ອຕໍ່ກຳນົດເວລາກູ້ຢືມຂອງປະເທດ. ເຈົ້າໜ້າທີ່ຜູ້ນີ້ເນັ້ນໜັກວ່າ: ຮອດວັນທີ 7/2 ຈະມາເຖິງ ຖ້າຫາກສະພາແຫ່ງຊາດບໍ່ຍົກເພດານໜີ້ສາທາລະນະ, ກະຊວງການເງິນຈະປະຕິບັດບັນດາ “ມາດຕະການພິເສດ” ເພື່ອຫຼີກລ້ຽງບໍ່ໃຫ້ປະເທດ ອາເມລິກາ ຕົກເຂົ້າສູ່ສະພາບລົ້ມລະລາຍຄັ້ງທຳອິດ. ເຖິງຢ່າງໃດກໍ່ຕາມ, ຕາມຜູ້ນຳໜ້າຂະແໜງການເງິນ ອາເມລິກາ ແລ້ວ, ບັນດາ “ມາດຕະການພິເສດ” ພຽງແຕ່ສາມາດຮັກສາການເຄື່ອນໄຫວໃຫ້ລັດຖະບານຮອດທ້າຍເດືອນ 2 ເທົ່ານັ້ນ.
ທ່ານ Lew ຖືວ່າ: ເລື່ອງໂຈະການຍົກເພດານໜີ້ຂອງສະພາແຫ່ງຊາດພຽງແຕ່ເຮັດໃຫ້ພື້ນຖານເສດຖະກິດສັບສົນ ແລະ ພື້ນຖານການເງິນບໍ່ເປັນປົກກະຕິເທົ່ານັ້ນ ແລະ ກໍ່ຄືຜົນສະທ້ອນໂດຍກົງເຖິງຜູ້ເສຍອາກອນ.