ກະ​ຊວງ​ຕຳຫຼວດ​ຈັດ​ສົ່ງ​ນາຍ​ຕຳຫຼວດ 3 ຄົນ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ປີ 2023

(VOVWORLD) - ດ້ວຍການຈັດສົ່ງນາຍຕຳຫຼວດ 3 ຄົນໄປປະຕິບັດງານຄືແນວນັ້ນ, ມາຮອດປັດຈຸບັນ, ກະຊວງຕຳຫຼວດ ໄດ້ຈັດສົ່ງນາຍຕຳຫຼວດ 7 ຄົນໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
ກະ​ຊວງ​ຕຳຫຼວດ​ຈັດ​ສົ່ງ​ນາຍ​ຕຳຫຼວດ 3 ຄົນ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ປີ 2023 - ảnh 1ທ່ານ ຮອງລັດຖະມົນຕີ ເລືອງຕາມກວາງກະຊວງຕຳຫຼວດ ຫວຽດນາມ ໄດ້ມອມຂໍ້ຕົກລົງໃຫ້ແກ່ນາຍຕຳຫຼວດ 3 ຄົນ (ພາບ: cand.com.vn )

ຕອນບ່າຍວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມດ ໄດ້ຈັດພິທີມອບຂໍ້ຕົກລົງຂອງ ປະທານປະເທດ ໃຫ້ນາຍຕຳຫຼວດ ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ຢູ່ຄະນະປະຕິບັດໜ້າທີ່ ສປຊ ຢູ່ ຊູດັງໃຕ້ ປີ 2023. ກ່ອນໜ້ານັ້ນ ໃນວັນທີ 12 ສິງຫາ, ທ່ານປະທານປະເທດໄດ້ເຊັ່ນ ຂໍ້ຕົກລົງຈັດສົ່ງນາຍຕຳຫຼວດ 3 ຄົນ ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ໃນປີ 2023 ລວມມີ: ພັນຕີ ບຸຍເຟືອງເລິນ, ພັນຕີ ນາງຫງວຽນທູຮ່າ ແລະ ພັນຈັດຕະວາ ດິງແມັ້ງເກືອງ.

ດ້ວຍການຈັດສົ່ງນາຍຕຳຫຼວດ 3 ຄົນໄປປະຕິບັດງານຄືແນວນັ້ນ, ມາຮອດປັດຈຸບັນ, ກະຊວງຕຳຫຼວດ ໄດ້ຈັດສົ່ງນາຍຕຳຫຼວດ 7 ຄົນໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ກ່າວຄຳເຫັນທີ່ພິທີ, ທ່ານ ຮອງລັດຖະມົນຕີ ເລືອງຕາມກວາງ ເຊື່ອໝັ້ນວ່າ ນາຍຕຳຫຼວດ 3 ຄົນດັ່ງກ່າວ ຈະຍົກສູງຈິດໃຈຄວາມຮັບຜິດຊອບ, ເສີມຂະຫຍາຍຄຸນນະທາດ, ພູມປັນຍາຢູ່ລະດັບສູງ, ມານະພະຍາຍາມ ແກ້ໄຂຄວາມຫຍຸ້ງຍາກ, ຮ່ຳຮຽນເອົາປະສົບການຢ່າງບໍ່ຢຸດຢັ້ງ ເພື່ອຍົກສູງຄວາມສາມາດດ້ານວີຊາການ, ທັກສະໃນການແກ້ໄຂບັນຫາ, ພ້ອມແລ້ວທີ່ຈະປະຕິບັດບັນດາໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ. ພ້ອມທັງ, ປະຕິບັດບັນດາຂໍ້ກຳນົດຂອງ ສປຊ, ປະເທດປະຈຳຖິ່ນ, ຂະແໜງການຢ່າງເຂັ້ມງວດ, ສົມທົບກັບກຳລັງກອງທັບ, ຄູ່ຮ່ວມງານສາກົນ ຢ່າງແໜ້ນແຟ້ນ, ສະແດງໃຫ້ເຫັນແບບແຜນ, ໃນຖານະຜູ້ເປັນຕຳຫຼວດປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ