ກະຊວງປ້ອງກັນປະເທດ ລາວ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີ

ກະຊວງປ້ອງກັນປະເທດ ລາວ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີ - ảnh 1
ການ​ພົບ​ປະ​ແລກປ່ຽນ​ກິລາ - ວັດທະນະທຳ - ສິລະ​ປະ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈສາມັກຄີ​ມິດຕະພາບສະໜິດ​ແໜ້ນ​ລະຫວ່າງ​ກອງທັບ 2 ປະ​ເທດ
(ພາບປະກອບ)

(vovworld) - ວັນ​ທີ 4/4, ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ໄດ້​ຈັດ​ຕັ້ງ​ການ​ແຂ່ງຂັນ​ກິລາ​ມິດຕະພາບ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ ລາວ - ຫວຽດນາມ 2012, 35 ປີ​ແຫ່​ງວັນ​ເຊັນ​ສົນ​ທິສັນຍາ​ມິດຕະພາບ​ຮອບດ້ານ ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ​ 2 ປະ​ເທດ. ​ເຂົ້າ​ຮ່ວມ​ພິທີ​ມີ ທ່ານ ຈັນ​ສະໝອນ ຈັນຍາ​ລາດ, ກຳມະກາ​ນສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ພະນັກງານ, ນາຍ​ທະຫານ, ນັ​ກຮົບ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ພ້ອມ​ກັບ​ພະນັກງານ​ສະຖານທູດ ​ແລະ ບັນດາ​ອົງການ​ຕາງໜ້າ​ຂອງ​ຫວຽດນາມ ປະຈຳ​ລາວ. ທ່ານ​ພົນ​ຈັດ​ຕະວາ ອ່ອນ​ສີ ​ແສນ​ສຸກ, ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຢືນຢັນ​ວ່າ: ການ​ພົບ​ປະ​ແລກປ່ຽນ​ກິລາ - ວັດທະນະທຳ - ສິລະ​ປະ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈສາມັກຄີ​ມິດຕະພາບສະໜິດ​ແໜ້ນ​ລະຫວ່າງ​ກອງທັບ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ລາວ - ຫວຽດນາມ ​ເວົ້າ​ລວມ. ການ​ເຄື່ອນ​ໄຫ​ວນີ້​ປະກອບ​ສ່ວນ​ປຸກລະດົມ​ລຸ້ນໜຸ່ມ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ