ກະຊວງປ້ອງກັນປະເທດສຸມໃສ່ກະກຽມໃຫ້ແກ່ປີ ອາຊຽນ 2020
(VOVWORLD) - ຕອນບ່່າຍວັນທີ 26 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໄດ້ເປັນປະທານຮ່ວມການເຮັດວຽກລະຫວ່າງກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ກ່ຽວກັບປີ ອາຊຽນ 2020.
ການເຮັດວຽກລະຫວ່າງກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ກ່ຽວກັບປີ ອາຊຽນ 2020
(ພາບ: Bqp.vn)
|
ໃນການເຮັດວຽກແມ່ນສຸມໃສ່ການກວດກາຄືນວຽກງານກະກຽມຂອງກະຊວງປ້ອງກັນປະເທດໃຫ້ແກ່ປີ ປະທານ ອາຊຽນ 2020 ແລະ ເລື່ອງ ຫວຽດນາມ ຈະດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ທີ່ການເຮັດວຽກ, ຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງກະຊວງປ້ອງກັນປະເທດໄດ້ລາຍງານຄວາມຄືບໜ້າຂອງ ວຽກງານກະກຽມໃຫ້ແກ່ບັນດາການເຄື່ອນໄຫວໃນປີ ອາຊຽນ 2020.
ຕາມນັ້ນແລ້ວ, ປີ 2020, ໄປຄຽງຄູ່ກັບບັນດາເຫດການໃຫຍ່ຂອງປະເທດ, ການຮ່ວມມືດ້ານປ້ອງກັນຊາດ ອາຊຽນ ແລະ ກະຊວງປ້ອງກັນປະເທດ ກໍ່ມີບາງເຫດການສຳຄັນຄື: ສະເຫຼີມສະຫຼອງ 10 ປີແຫ່ງວັນຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ ADMM+, 65 ປີແຫ່ງວັນສ້າງຕັ້ງກອງທັບເຮືອປະຊາຊົນ ຫວຽດນາມ, ບັນດາກອງປະຊຸມ ດ້ານປ້ອງກັນຊາດ - ການທະຫານ…ນີ້ທັງເປັນໂອກາດ, ທັງເປັນສິ່ງທ້າທາຍ, ດັ່ງນັ້ນຕ້ອງເອົາໃຈໃສ່ລົງທຶນແຫຼ່ງກຳລັງຢ່າງເໝາະສົມ.
ຕີລາຄາສູງຄວາມຄືບໜ້າ ແລະ ວຽກງານກະກຽມຂອງ ກະຊວງປ້ອງກັນປະເທດ, ທ່ານ ຫງວຽນກ໊ວກຢຸງ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນບັນດາການເຄື່ອນໄຫວທີ່ມີຄວາມອຸດົມສົມບູນທີ່ສຸດ, ດ້ວຍປະລິມານວຽກງານທີ່ໃຫຍ່ຫຼວງ, ເພື່ອຜັນຂະຫຍາຍບັນດາເນື້ອໃນນີ້ຢ່າງຄົບຖ້ວນ ແລະ ໃຫ້ມີປະສິດທິຜົນ, ມີຄຸນນະພາບ, ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການຕ່າງໆ. ເຖິງຢ່າງໃດກໍ່ຕາມ, ກະຊວງປ້ອງກັນປະເທດຍັງຮັກສາບົດບາດທີ່ມີຄວາມສຳຄັນພິເສດ, ປະກອບສ່ວນເຂົ້າຜົນສຳເລັດໃນ ປີ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020.