ກະຊວງປ້ອງກັນປະເທດຫວຽດນາມ ຮັບເງິນອຸປະຖຳຈຳນວນ 5 ລ້ານ USD ຈາກລັດຖະບານອິນເດຍ

(VOVWORLD) -ເລື່ອງສ້າງລະບົບເຕັກໂນໂລຊີຂໍ້ມູນຂ່າວສານຂຶ້ນກັບສວນຊອບແວກອງທັບຂຶ້ນກັບມະຫາວິທະຍາໄລຕິດຕໍ່ສື່ສານ ແມ່ນໂຄງການຖືລັກສະນະສັນຍາລັກໃຫຍ່ໃຫ້ແກ່ການຮ່ວມມືໃນຂົງເຂດເຕັກໂນໂລຊີສູງລະຫວ່າງ 2 ປະເທດ
ກະຊວງປ້ອງກັນປະເທດຫວຽດນາມ ຮັບເງິນອຸປະຖຳຈຳນວນ 5 ລ້ານ USD ຈາກລັດຖະບານອິນເດຍ - ảnh 1ພິທີມອບຮັບ
(ພາບ: TTXVN)

ຕອນບ່າຍວັນທີ 11 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໄດ້ຮັບເງິນຊ່ວຍເຫຼືອລ້າໄລຍະທີ 2 ຈາກລັດຖະບານ ອິນເດຍ ຈຳນວນ 5 ລ້ານ USD ທີ່ສະຫງວນໃຫ້ແກ່ກະຊວງປ້ອງກັນປະເທດຫວຽດນາມ ເພື່ອສ້າງລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ຂຶ້ນກັບສວນຊອບແວກອງທັບຢູ່ສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພາສາຕ່າປະເທດ/ມະຫາວິທະຍາໄລຕິດຕໍ່ສື່ສານ.

        ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຂອບໃຈຕໍ່ລັດຖະບານ ອິນເດຍ ທີ່ໄດ້ສະຫງວນໃຫ້ແກ່ກະຊວງປ້ອງກັນປະເທດຫວຽດນາມ, ຊ່ວຍຍົກສູງກຳລັງຄວາມສາມາດຂອງສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພາສາຕ່າປະເທດ/ມະຫາວິທະຍາໄລຕິດຕໍ່ສື່ສານເວົ້າສະເພາະ ແລະ ສ້າງເງື່ອນໄຂເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃຫ້ແກ່ຫວຽດນາມ ເວົ້າລວມ.

        ສ່ວນທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Pranay Verma ຢືນຢັນວ່າ, ເລື່ອງສ້າງລະບົບເຕັກໂນໂລຊີຂໍ້ມູນຂ່າວສານຂຶ້ນກັບສວນຊອບແວກອງທັບຂຶ້ນກັບມະຫາວິທະຍາໄລຕິດຕໍ່ສື່ສານ ແມ່ນໂຄງການຖືລັກສະນະສັນຍາລັກໃຫຍ່ໃຫ້ແກ່ການຮ່ວມມືໃນຂົງເຂດເຕັກໂນໂລຊີສູງລະຫວ່າງ 2 ປະເທດ, ປະກອບສ່ວນເຂົ້າໃນການສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃຫ້ແກ່ຫວຽດນາມ. ພ້ອມທັງ, ນີ້ແມ່ນພື້ນຖານເພື່ອເປີດກວ້າງການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ