(vovworld) - ຕອນບ່າຍວັນທີ 03/03, ຢູ່ຮ່າໂນ້ຍ, ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ພົນໂທ ດວງໃຈ ພິຈິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ໄດ້ລົງນາມໃນແຜນການຮ່ວມມືປີ 2013 ລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ. ກ່າວຄຳເຫັນທີ່ພິທີ, ພົນເອກ ຟຸ່ງກວາງແທງ ເນັ້ນໜັກວ່າ, ແຜນການຮ່ວມມືສືບຕໍ່ປະກອບສ່ວນເພີ່ມພູນຄຸນສ້າງ ແລະ ພັດທະນາສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະ ກອງທັບຂອງ 2 ປະເທດຢ່າງບໍ່ຢຸດຢັ້ງ. ພົນໂທ ດວງໃຈ ພິຈິດ ໄດ້ຕີລາຄາສູງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດໃນປີ 2012 ແລະ ສະແດງຄວາມເຊື່ອໝັ້ນວ່າ ໃນປີ 2013 ການຮ່ວມມືປ້ອງກັນຊາດລະຫວ່າງລາວ - ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນດີງາມ.