ການຕ້ອນຮັບໃນວັນທີ 28/4
(vovworld) – ຕອນບ່າຍວັນທີ 28/4, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຈີ໋ວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tim Huxley, ຜູ້ອຳນວຍການຝ່າຍບໍລິຫານສະຖາບັນຄົ້ນຄ້ວາຍຸດທະສາດສາກົນພາກພື້ນ ອາຊີ, ເນື່ອງໃນໂອກາດພວມປະຕິບັດງານຢູ່ ຫວຽດນາມ. ພົນໂທ ຫງວຽນຈີ໋ວີ້ງ ໃຫ້ຮູ້ວ່າ: ພົນເອກ ໂງຊວນລີກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ຈະນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາ Shangri – La 2016 ແລະ ຈະກ່າວປາໄສທີ່ກອງປະຊຸມນີ້. ພົນໂທ ຫງວຽນຈີ໋ວີ້ງ ເນັ້ນໜັກວ່າ: ສັນຕິພາບ, ສະຖຽນລະພາບຢູ່ ອາຊີ - ປາຊີຟິກ ແມ່ນບັນຫາໃຫຍ່ຂອງໂລກໃນປະຈຸບັນ. ຫວຽດນາມ ຍາມໃດກໍ່ສະໜັບສະໜູນນຳ້ໃຈສ້າງສັນຕິພາບ ຂອງທຸກໆປະເທດຂຶ້ນກັບເຂດ ອາຊີ - ປາຊີຟິກ ແລະ ສາກົນກ່ຽວກັບບັນຫານີ້. ດັ່ງນັ້ນ, ເມື່ອເຂົ້າຮ່ວມການໂອ້ລົມສົນທະນາ Shangri – La 2016 ຄະນະຜູ້ແທນ ຫວຽດນາມ ຈະເພີ່ມທະວີຈຳນວນນັກຮຽນຮູ້ດ້ານການທະຫານ, ຍົກສູງຄຸນນະພາບການໂອ້ລົມສົນທະນາ.
ສ່ວນທ່ານ Tim Huxley ສະແດງຄວາມພາກພູມໃຈທີ່ໄດ້ຕ້ອນຮັບທ່ານ ພົນເອກ ໂງຊວນລີກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ແລະ ບັນດາສະມາຊິກຂອງຄະນະເຂົ້າຮ່ວມການໂອ້ລົມສົນທະນາ Shangri – La 2016. ທ່ານ Tim Huxley ປາດຖະໜາວ່າ: ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມກັບບັນດານັກຮຽນຮູ້ສືບຕໍ່ມີບັນດາບົດທາບທາມຄວາມເຫັນທີ່ມີຄຸນນະພາບ, ມີປະສິດທິຜົນ, ປະກອບສ່ວນນຳມາເຊິ່ງຜົນສຳເລັດໃຫ້ແກ່ການໂອ້ລົມສົນທະນາ Shangri – La 2016.