ກະຊວງວິທະຍາສາດແລະເຕັກໂນໂລຊີຮ່ວມເດີນທາງກັບບັນດາທ້ອງຖິ່ນຊຸກຍູ້ວິທະຍາສາດແລະເຕັກໂນໂລຊີ

ກະຊວງວິທະຍາສາດແລະເຕັກໂນໂລຊີຮ່ວມເດີນທາງກັບບັນດາທ້ອງຖິ່ນຊຸກຍູ້ວິທະຍາສາດແລະເຕັກໂນໂລຊີ - ảnh 1
ທ່ານ ຈູ​ງອກ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ
ພາບ:​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ

(vovworld)- ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​​ກັບບັນ​ດາ​ທ້ອງ​ຖິ່ນ​ເພື່ອ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ, ຂໍ້​ຈຳ​ກັດ, ພ້ອມ​ທັງ​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ​ໃນ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເພື່ອ​ຊຸກ​ຍູ້​ການ​ເຄື່ອນ​ໄຫວນີ້​ໃຫ້​ແຂງ​ແຮງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຈູ​ງອກ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ທີ່ກອງ​ປະ​ຊຸມ​ຫົວ​ຫ​ນ້າ​ພະ​ແນກວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ປີ 2017 ຫາ​ກໍ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ໃນ​ວັນ​ທີ 15/4. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ ກໍ່​ໄດ້​ສະ​ເຫ​ນີ​ບາງ​ມາດ​ຕະ​ການ ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃນ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຢູ່ ທ້ອງ​ຖິ່ນ, ການ​ບຸ​ລິ​ມະ​ສິດ​ບັນ​ດາ​ຫ​ນ້າ​ທີ່​ມີ​ລັກ​ສະ​ນະ​ລະ​ຫວ່າງ​ແຂວງ, ເຂດ, ຂະ​ແຫນງ. ຄຽງ​ຄູ່​ກັນ​ນັ້ນ ຄວນ​ມີ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ສຳ​ລັບ​ບັນ​ດາ​ໂຄງ​ການ​ມີ​ເຕັກ​ໂນ​ໂລ​ຊີ​ກ້າວ​ຫ​ນ້າ​ທັນ​ສະ​ໄຫມ, ເຕັກ​ໂນ​ໂລ​ຊີ​ສູງ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ບັນ​ດາ​ແຫລ່ງ​ຊັບ​ພະ​ຍາ​ກອນ, ບໍ່​ແຮ່, ທີ່​ດິນ ຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ