ກະຊວງອຸດສາຫະກຳການຄ້າຈັດການປະຊຸມຂ່າວ

ກະຊວງອຸດສາຫະກຳການຄ້າຈັດການປະຊຸມຂ່າວ - ảnh 1
ການ​ປະ​ຊຸມ​ຂ່າວ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 3/11
(ພາບ: dantri.com.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 3/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ​ການ​ຄ້າຈັດ​ຕັ້ງ​ການ​ປະຊຸມ​ຂ່າວປະຈຳ​ເດືອນ 10. ກ່ຽວ​ກັບ​ສະພາບ​ການ​ຜະລິດ​ອຸດສາຫະກຳ​ໃນ 10 ​ເດືອນ​ຜ່ານ​ມາ, ການ​ນຳ ກະຊວງ​ອຸດສາຫະກຳ​ການ​ຄ້າ​ໃຫ້​ຮູ້​ວ່າ, ດັດຊະນີ​ການ​ຜະລິດ​ອຸດສາຫະກຳ​ເພີ່ມ​ຂຶ້ນ​ເກືອບ 7%, ນີ້​ແມ່ນ​ລະດັບ​ເຕີບ​ໂຕ​ສູງ​ສຸດ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ຂະນະ​ນັ້ນ, ວົງ​ເງິນ​ສົ່ງ​ອອກ​ຄາດ​ວ່າ​ບັນລຸ​ໄດ້​ກວ່າ 123 ຕື້ USD, ​ເພີ່ມ​ຂຶ້ນ 13,4% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ກ່ຽວ​ກັບ​ດຸນ​ການ​ຄ້າ, ​ໄລ່​ລວມ​ແລ້ວ​ໃນ 10 ​ເດືອນ​ຜ່ານ​ມາ, ຫວຽດນາມ​ສົ່ງ​ອອກ​ເກີນ​ດຸນ​ເກືອບ 1,9 ຕື້ USD. ການ​ນຳ ກະຊວງ​ອຸດສາຫະກຳ​ການ​ຄ້າ​ໃຫ້​ຮູ້​ວ່າ, ຍ້ອນ​ລາຄາ​ນຳ້ມັນ​ໂລກ​ພວມ​ຫຼຸດ​ລົງ, ກະຊວງ​ການ​ເງິນ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າຈະ​ຄິດ​ໄລ່​ເຖິງ​ເລື່ອງ​ຫຼຸດ​ລາຄາ​ນ້ຳ​ມັນ​ໃນ​ໄລຍະ​ ​ໃກ້ໆ​ນີ້.

 

 

 

 

 

ຂ່າວ/ບົດ​ອື່ນ