( vovworld ) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ຕອນບ່າຍວັນທີ 16/4, ຄະນະນັກທຸລະກິດແຂວງ Aichi ( ຍີ່ປຸ່ນ ) ໂດຍທ່ານ Hideaki Uhmura, ເຈົ້າແຂວງ ແຂວງ Aichi ນຳໜ້າໄດ້ມີການພົບປະກັບກະຊວງແຜນການ ແລະ ການລົງທຶນຫວຽດນາມ. ນະທີ່ນີ້, ທ່ານ Do Nhat Hoang, ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຢືນຢັນຈະຊວ່ຍທຸກໆວິສາຫະກິດ, ນັບທັງວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຍີ່ປຸ່ນ ມາຊອກຮູ້ ແລະ ລົງທຶນຢູ່ຕະຫຼາດຫວຽດນາມ, ພ້ອມກັນນັ້ນ ກໍ່ຈະແກ້ໄຂຂໍ້ຕິດຂັດເຊິ່ງເກີດຂຶ້ນໃນຂະບວນວິວັດແຫ່ງການລົງທຶນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ຢ່າງມີປະສິດທິຜົນ.
“ ກະຊວງແຜນການ ແລະ ການລົງທຶນ ພ້ອມກັບບັນດາກະຊວງ, ຂະແໜງການພວມສົມທົບກັນເພື່ອມີນະໂຍບາຍຕ່າງໆ ກໍຄືບັນດາການເຄື່ອນໄຫວເພື່ອຮັບແຫຼ່ງທຶນຈາກຍີ່ປຸ່ນ ເຂົ້າຫວຽດນາມ. ເພື່ອສາມາດເພີ່ມທະວີການລົງທຶນ, ພວກຂ້າພະເຈົ້າໄດ້ຍົກອອກ 2 ເນື້ອໃນຕົ້ນຕໍຄື; ທີ່ໜື່ງແມ່ນ ຕ້ອງໜູນຊ່ວຍບັນດານັກລົງທຶນທີ່ພວມລົງທຶນຢູ່ຫວຽດນາມ ເພື່ອເຮັດແນວໃດໃຫ້ມີປະສິດທິຜົນ, ທີ່ສອງແມ່ນ ຈັດຕັ້ງວຽກງານຊຸກຍູ້ການລົງທຶນເພື່ອໜູນຊ່ວຍບັນດາວິສາຫະກິດຍັງບໍ່ທັນລົງທຶນເຂົ້າຫວຽດນາມ ຈະລົງທຶນເຈົ້າຫວຽດນາມ ຢ່າງສະດວກທີ່ສຸດ ດ້ວຍລະບຽບການລົງທຶນຢ່າງວ່າງໄວ ”.