ກະຊວງແຜນການແລະການລົງທຶນ ຄາດຄະເນ 3 ແຜນການເຕີບໂຕເສດຖະກິດຮອດປີ 2023

(VOVWORLD) -ໃນລະດັບສູງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໄພເງິນເຟີ້ໄດ້ຄວບຄຸມຢູ່ໃນລະດັບປະມານ 4%, ບັນດາຄວາມດຸນດຽງໃຫຍ່ໄດ້ຮັບການຮັບປະກັນ, ການເຕີບໂຕເສດຖະກິດປີ 2022 ບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ
ກະຊວງແຜນການແລະການລົງທຶນ ຄາດຄະເນ 3 ແຜນການເຕີບໂຕເສດຖະກິດຮອດປີ 2023 - ảnh 1(ພາບປະກອບ: VTC)

ໂດຍປະຕິບັດການຊີ້ນຳຂອງລັດຖະບານ ທີ່ກອງປະຊຸມທາງໄກລັດຖະບານກັບທ້ອງຖິ່ນ ແລະ ວາລະປະຊຸມສະໄໝສາມັນປະຈຳເດືອນ ມິຖຸນາ ຂອງລັດຖະບານ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສະເໜີສ້າງແຜນຮ່າງຮັບປະກັນສະຖຽນລະພາບ ເພື່ອຮັບເອົາຄຳຫັນ ແລະ ຈະລາຍງານຕໍ່ຄະນະປະຈຳການລັດຖະບານໃນເດືອນ ກໍລະກົດ ນີ້.

        ບົນພື້ນຖານຄາດຄະເນສະພາບຢູ່ພາຍໃນປະເທດ, ສາກົນ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຍົກອອກ 3 ແຜນການ ທີ່ຄາດຄະເນໃຫ້ແກ່ 6 ເດືອນທ້າຍປີ 2022 ແລະ ປີ 2023. ຕາມນັ້ນແລ້ວ, ໃນລະດັບສູງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໄພເງິນເຟີ້ໄດ້ຄວບຄຸມຢູ່ໃນລະດັບປະມານ 4%, ບັນດາຄວາມດຸນດຽງໃຫຍ່ໄດ້ຮັບການຮັບປະກັນ, ການເຕີບໂຕເສດຖະກິດປີ 2022 ບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ, ປີ 2023 ບັນລຸເປົ້າໝາຍສະເລ່ຍໄລຍະ 2021 – 2025 (6,5-7%). ໃນລະດັບປານກາງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໄພເງິນເຟີ້ສູງກວ່າລະດັບ 4%, ແຕ່ຍັງຄວບຄຸ້ມ, ບາງການດຸນດຽງໃຫຍ່ບໍ່ຮັບປະກັນໄດ້ຄວາມດຸນດຽງ, ການເຕີບໂຕເສດຖະກິດປີ 2022 ບັນລຸເປົ້າໝາຍທີ່ໄດ້ວາງອອກ, ປີ 2023 ພຽງແຕ່ໃກ້ກັບເປົ້າໝາຍສະເລ່ຍໄລຍະ 2021 – 2025. ດ້ວຍແຜນການລະດັບຕ່ຳແມ່ນ, ເສດຖະກິດມະຫາພາກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໄພເງິນເຟີ້ເພີ່ມຂຶ້ນສູງ, ຄວາມດຸນດຽງໃຫຍ່ບໍ່ຮັບປະກັນການດຸນດຽງ, ການເຕີບໂຕເສດຖະກິດປີ 2022 ບັນລຸເປົ້າໝາຍທີ່ໄດ້ວາງອອກ, ປີ 2023 ຕ່ຳກວ່າເປົ້າໝາຍສະເລ່ຍໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ