ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມລົງນາມໃນໂຄງການສົມທົບ ວຽກງານກັບສູນກາງຊາວໜຸ່ມ

ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມລົງນາມໃນໂຄງການສົມທົບ ວຽກງານກັບສູນກາງຊາວໜຸ່ມ - ảnh 1
( ທ່ານ​ນາງ​ Pham Thi Hai Chuyen ລັດຖະມົນຕີກະຊວງ​ແຮ​ງງານ​
ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ )


( vovworld ) -   ຕອນ​ບ່າຍ​ວັນ​ທີ 4/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮ​ງງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​​ສົມທົບ​​ກັບ​ສູນ​ກາງ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ ຈັດ​ຕັ້ງພິທີ​ລົງ​ນາມ​ໃນ​ໂຄງການສົມທົບ​ການ​ເຄື່ອນ​ໄຫວ​ໄລຍະ 2011 – 2017. ​ໂຄງການ​ລວມມີ 3 ​ເນື້ອ​ໃນ​ຕົ້ນ​ຕໍ່ນັ້ນ​​ແມ່ນ: ​ໂຄສະນາ​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ໝູ່ຊາວ​ໜຸ່ມ​ເຍົາວະ​ຊົນ ​ແລະ ສັງຄົມ ກ່ຽວ​ກັບ​ບັນດາ​ນະ​​ໂຍບາຍ​ຂອງ​ລັດໃນ​ຂົງ​ເຂດ​ແຮງ​ງງານ; ສົມທົບ​ກັນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​​ແນະນຳ​ວິຊາ​ຊີບ, ສອນ​ວິຊາ​ຊີບ ​ແລະ ​ແກ້​ໄຂ​ວຽກ​ເຮ​ັດງານ​ທຳ ​ໃຫ້​ແກ່​ຊາວ​ໜຸ່ມ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ໄພ​ສັງຄົມ​ໃນ​ໝູ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ; ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ຢ່າງ​ມີ​ປະສິດທິ​ຜົນ… ຕາມ​ທ່ານ​ນາງ​ລັດຖະມົນຕີກະຊວງ​ແຮ​ງງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ Pham Thi Hai Chuyen ​ແລ້ວ, ໜື່ງ​ໃນ​ບັນດາ​ເນື້ອ​ໃນ​ຈຸດ​ສຸມ​ຂອງ​ໂຄງການ​ສົມທົບ​ກັນ​ນັ້ນ​ແມ່ນ ສອນ​ວິຊາ​ຊີບ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ.

        “ ປະຈຸ​ບັນ, ບັນດາ​ຊາວ​ໜຸ່ມ​ເວົ້າ​ລວມ ​ແລະ ວຽກ​ເຮັດ​ງານ​ທຳ​ຂອງ​ຊາວ​ໜຸ່ມ​ເວົ້າ​ສະ​ເພາະ ​ໄດ້​ກ່າຍ​ເປັນຄວາມ​ເອົາ​ໃຈ​ໃສ່​ບໍ່​ພຽງ​ແຕ່​ສຳລັບ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ​ອີກ​ດ້ວຍ. ​ໃນ​ສັງຄົມ​ປະຈຸ​ບັນ, ຊາວ​ໜຸ່ມ​ທີ​ບໍ່​ມີ​ວຽກ​ເຮັດ​ງານ​ທຳພາກສ່ວນ​ໜື່ງ​ ໄດ້​ກໍ່​ໃຫ້​ເກີດ​ຄວາມຫ​ຍໍ້​ທໍ້, ​ໄພ​ສັງຄົມ, ບໍ່​ເອົາ​ໃຈ​ໃສ່​ເຖິງ​ທຸກ​ຄົນ… ຍ້ອນ​ເຫດ​ນັ້ນ, ພັກ, ລັດ​ຈຶ່ງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງບັນ​ຫາ​ຂອງ​ຊາວ​ໜຸ່ມ. ດັ່ງ​ນັ້ນ, ​ເລື່ອງ​ສົມທົບ​ລະຫວ່າງກະຊວງ​ແຮ​ງງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມກັບ​ສູນ​ກາງ​ຊາວ​ໜຸ່ມ ​ແມ່ນ​ເພື່ອ​ຫັນ​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ​ທີ່​ມີ​ຕໍ່​ຊາວ​ໜຸ່ມ, ​ເຍົາວະ​ຊົນ​​ເປັນ​ລະອຽດ ​ແມ່ນ​ມີ​ຄວາມ​ໝາຍ ​ແລະ ມີ​ຄວາມ​ຈຳ​ເປັນ ”.

ຂ່າວ/ບົດ​ອື່ນ