ກະຊວງແຮງງານ,ທະຫານເສຍອົງຄະແລະສັງຄົມຊຸກຍູ້ການຮ່ວມມືໃໝ່ໃນຂົງເຂດແຮງງານຢູ່ຍີ່ປຸ່ນ
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 24/12 ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບໂຄງການນັກເຝິກງານ ຫວຽດນາມ ຢູ່ ຍີ່ປຸ່ນ ລະຫວ່າງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ກັບອົງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດສາກົນ ຍີ່ປຸ່ນ (IM Japan) ດຳເນີນຢູ່ສຳນັກງານ IM Japan ທີ່ ຮ່າໂນ້ຍ. ບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍທີ່ລົງນາມໃນຄັ້ງນີ້ ໄດ້ຮັບການເພີ່ມເຕີ່ມເນື້ອໃນຫລາຍຢ່າງ ບົນພື້ນຖານກົດໝາຍວ່າດ້ວຍແຮງງານສະບັບໃໝ່ຂອງ ຍີ່ປຸ່ນ ເຊິ່ງສະພາແຫ່ງຊາດປະເທດນີ້ຫາກໍ່ຮັບຮອງເອົາ. ໃນນັ້ນ ເປີດກ້ວາງເປົ້າໝາຍທີ່ຮັບນັກເຝິກງານ, ຄົນງານຕ່າງປະເທດ, ພ້ອມທັງສ້າງເງື່ອນໄຂຕໍ່ກຳນົດເວລາສຳລັບວີຊາເຂົ້າເມືອງແຕ່ 3 ປີເປັນ 5 ປີ. ທ່ານ Yanagisawa Kyoe ປະທານ IM Japan ໃຫ້ຮູ້ວ່າ: ນອກຈາກເລື່ອງບັນດາເປົ້າໝາຍເຂົ້າຮ່ວມບໍ່ຕ້ອງເສຍຄ່າໃດ, ບັນດາຜູ້ທີ່ບັນລຸມາດຕະຖານສຳເລັດ 5 ປີຝຶກງານຢູ່ ຍີ່ປຸ່ນ ຢ່າງຄົບຖ້ວນ ຈະໄດ້ຮັບການໜູນຊ່ວຍຈາກ IM Japan ໃນການກໍ່ສ້າງທາງໄກກ່ຽວກັບບັນດາທັກສະພື້ນຖານຄື: ການບໍລິຫານວິສາຫະກິດ, ການບັນຊີ, ການເງິນ...ເພື່ອສາມາດເປີດບໍລິສັດສ່ວນຕົວ. ທິດນຳຂອງ IM Japan ແມ່ນບໍ່ພຽງແຕ່ຊ່ວຍໃຫ້ແຮງງານ ຫວຽດນາມ ມາເຮັດວຽກຢູ່ ຍີ່ປຸ່ນເທົ່ານັ້ນ ຫາກຍັງຊ່ວຍເຫຼືອແຮງງານ ຫວຽດນາມ ສືບຕໍ່ພັດທະນາພາຍຫລັງສິ້ນສຸດໄລຍະເຮັດວຽກຢູ່ ຍີ່ປຸ່ນ ອີກດ້ວຍ.