ກະສິກຳຫວຽດນາມຈະໄດ້ຮັບຜົນປະໂຫຍດຈາກTPP

ກະສິກຳຫວຽດນາມຈະໄດ້ຮັບຜົນປະໂຫຍດຈາກTPP - ảnh 1
(ພາບປະກອບ/TTXVN)

(vovworld) - ໜັງສືພິມ Clarin ​​ເຊິ່ງແມ່ນ​ໜັງສື​ພິມທີ່ ພິມ​ຈຳຫລາຍ​ໃຫຍ່​ທີ່​ສຸດ​ຢູ່ ອາກຊັງ​ຕີນ ຫາ​ກໍ່​ມີ​ບົດ​ຂຽນ ​ໃຫ້​ຂໍ້ສັງ​ເກດ​ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ ​ເຊິ່ງ ຫວຽດນາມ ຈະ​ໄດ້​ຮັບ ຍ້ອນ​ການ​ລົງ​ນາມ​​ໃນສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີຟິກ (TPP) ດ້ວຍ​ຫົວ​ຂໍ້​ວ່າ: “ກະສິກຳ ຫວຽດນາມ ຊອກ​ຫາ​ການ​ລົງທຶນ” ບົດ​ຂຽນ​ຖື​ວ່າ: ດ້ວຍ TPP ຫວຽດນາມ ​ແມ່ນ​ປະ​ເທດ​ຜະລິດ​ກະສິກຳ​ຢູ່ ອາຊີ ຈະ​ດຶງ​ດູດ​ທຶນນັບລ້ານ USD ​ແລະ ການຜະລິດທັນ​ຍາຫານຈະ​ເພີ່ມ​ຂຶ້ນຢ່າງ​ແຮງ. ຕາມ​ບົດ​ຂຽນ ​ເມື່ອ​ເຂົ້າ​ເປັນ​ສະມາຊິກ TPP ການ​ສົ່ງ​ອອກ​ເຂົ້າສານ​ຂອງ ຫວຽດນາມ ​ໄປ​ຍັງ​ບັນດາ​ຕະຫລາດ ອາຊີ ຈະ​ເພີ່ມ​ຂຶ້ນທົບ 4 – 6 ​ເທົ່າ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ສິ່ງ​ດັ່ງ​ກ່າວ​ກໍ່ມີຄວາມ​ໝາຍ​ດຽງກັບ​ເລື່ອງ ຫວຽດນາມ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ. ມາດ​ຕະການ​ຂອງ​ສິ່ງ​ທ້າ​ທາຍ​ນີ້ ນັ້ນ​ແມ່ນ ​ເພີ່ມ​ທະວີ​ການຫັນ​ການ​ຜະລິດທັນ​ຍາ​ຫານ​ເປັນ​ອຸດສາຫະກຳ ບົນ​ພື້ນຖານ​ດຶງ​ດູດ​ບັນດາ​ແຫຼ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ບົດ​ຂຽນ​ຖື​ວ່າ: ຄາດໝາຍຂອງ TPP ​ແມ່ນ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ຕົ້ນ​ຕໍ່​ແມ່ນ​ຈາກ ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ​ແລະ ອາດ​ຈະ​ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດທຳ​​ອິດ ​ເພື່ອ​ໃຫ້ ຫວຽດນາມ ດຶງ​ດູດ​ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ຜະລິດ​ກະສິກຳ ​ແລະ ທັນຍາຫານ ຫາກບໍ່​ພຽງ​ແຕ່​ໃນ​ຂະ​ແໜງ​ການ​ອຸດສາຫະກຳຕ່ຳ​ແຜ່ນຕັດຫຍິບ ຫຼື ອຸປະ​ກອບ​ກິລາເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ