ກະ​ເປົ໋າ​ເງິນ​ເອ​ເລັກ​ໂຕ​ນິກ ຂອງ Viettel ຊ່ວຍໃຫ​້ການ​ຊຳ​ລະ​ດີ​ຈີ​ຕອນ​ຢ່າງ​ທົ່​ວ​ເຖິງຢູ່​ປະ​ເທດ ອາຟະລິກາ

(VOVWORLD) -ກະເປົ໋າເງິນເອເລັກໂຕນິກ ຂອງ Lumitel, ບໍລິສັດຂຶ້ນກັບ ກຸ່ມບໍລິສັດ Viettel ຢູ່ Burundi (ອາຟະລິກາ), ຫາກໍ່ໄດ້ຮັບລາງວັນຄຳຢູ່ ລາຍການລາງວັນດຳເນີນທຸລະກິດສາກົນ 2019 ຢູ່ປະເພດຜະລິດຕະພັນທີ່ມີການເຕີບໂຕໄວທີ່ສຸດ ເຊິ່ງຫາກໍ່ໄດ້ດຳເນີນຢູ່ Vienna (ໂອຕະລິດ). 
ກະ​ເປົ໋າ​ເງິນ​ເອ​ເລັກ​ໂຕ​ນິກ ຂອງ Viettel  ຊ່ວຍໃຫ​້ການ​ຊຳ​ລະ​ດີ​ຈີ​ຕອນ​ຢ່າງ​ທົ່​ວ​ເຖິງຢູ່​ປະ​ເທດ ອາຟະລິກາ - ảnh 1ການເຄື່ອນໄຫວໂຄສະນາຜະລິດຕະພັນກະເປົ໋າເງິນເອເລັກໂຕນິກ ຂອງ Lumitel - ບໍລິສັດ ຂຶ້ນກັບກຸ່ມບໍລິສັດ Viettel ຢູ່ Burundi (ພາບ: thoibaotaichinh.vn) 

ລາງວັນດຳເນີນທຸລະກິດສາກົນແມ່ນລາງວັນກ່ຽວກັບການດຳເນີນທຸລະກິດທີ່ ໜັງສືພິມ New York Post ຖືວ່າ ແມ່ນລາງວັນ Oscar ທີ່ສະຫງວນໃຫ້ແກ່ວົງການນັກທຸລະກິດສາກົນ.

        Lumitel ເລີ່ມຕົ້ນການສະໜອງການບໍລິການໃນເດືອນມິນາ 2017. ໃນຂະນະນັ້ນ, ຢູ່ Burundi ມີ ກະເປົ໋າເງິນເອເລັກໂຕນິກ ແມ່ນ Ecocash ແລະ Smart Pesa. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງ ດຳເນີນມາຍັງບໍ່ຮອດ 1 ປີ, ກະເປົ໋າເງິນ ເອເລັກໂຕນິກຂອງ Lumitel ໄດ້ສ້າງລະບົບບໍລິການດ້ວຍສາຂາຕົວແທນ 16.800 ແຫ່ງ ກວມເອົາ 86% ເນື້ອທີ່ ຂອງ Burundi ແລະ ກາຍເປັນການບໍລິການ Mobie money ທີ່ມີສາຂາຕົວແທນໃຫຍ່ທີ່ສຸດຂອງ Burundi.

ຕອບກັບ

ຂ່າວ/ບົດ​ອື່ນ