ກາຍຍະກຳຫວຽດນາມ ຄ້ວາໄດ້ 4 ຫຼຽນຄຳທີ່ການແຂ່ງຂັນຊິງຂັນໄວໜຸ່ມໂລກ

(VOVWORLD) - ບັນດານັກກິລາໜຸ່ມ ຫວຽດນາມ  ຫາກໍ່ຄ້ວາໄດ້ 12 ຫຼຽນ ຫຼຽນວັນໃນນັ້ນມີ 4 ຫຼຽນຄຳ, ໃນການແຂ່ງຂັນທີ່ຫາກໍ່ໄດ້ອັດລົງຢູ່ ຮູງກາຣີ. 
 
ກາຍຍະກຳຫວຽດນາມ ຄ້ວາໄດ້ 4 ຫຼຽນຄຳທີ່ການແຂ່ງຂັນຊິງຂັນໄວໜຸ່ມໂລກ - ảnh 1(ພາບປະກອບຈາກ VnExpress) 

ນັກກິລາ ວັນຫວີເລືອງ ຄ້ວາໄດ້ຫຼຽນຄຳ ໂດຍແມ່ນປະເພດກິລາ ໂດດມ້າ ນອກນັ້ນ, ນັກກິລາຜູ້ນີ້ກໍ່ຍັງຄ້ວາໄດ້ຫຼຽນເງິນໃນລາຍການໂດດຜ່ານບ້ວງ ແລະ ຫຼຽນທອງ ໃນລາຍການໂດດເສລີ. ໃນຂະນະນັ້ນ, ນັກກິລາ ຫງວຽນວັນແຄ໋ງຟອງ ກໍ່ຄ້ວາໄດ້ຫຼຽນຄຳ ປະເພດກິລາໃນບາໂຫນຄູ່ ແລະ ຫຼຽນເງິນໃນການແຂ່ງຂັນໃນປະເພດກິລາ ໂດດມ້າ. ໃນການໂດດມ້າຜ່ານບ້ວງ, ນັກກິລາ ດັ້ງງອກຊວນທ້ຽນ, ຄ້ວາໄດ້ຫຼຽນຄຳ ແລະ  ນັກກິລາ ຫງວຽນເຟືອກຫາຍ ຄ້ວາໄດ້ຫຼຽນຄຳ ໃນປະເພດກິລາບາໂຫນຄູ່. ນອກຈາກນັ້ນ, ດັ້ງງອກຊວນທ້ຽນ ກໍ່ຄ້ວາໄດ້ຫຼຽນເງິນ 2 ຫຼຽນໃນລາຍການເສລີ ແລະ ລາຍການບາໂຫນ ແລະ ຫຼຽນທອງ 1 ຫຼຽນໃນລາຍການຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ