ກາຕາ ນາບຂູ່ຈະຖອນອອກຈາກ GCC

(VOVWORLD) - ວັນທີ 10 ກໍລະກົດ, ສຳນັກຂ່າວສານ MENA ໃຫ້ຂ່າວວ່າ, ກາຕາ ນາບຂູ່ຈະຖອນອອກຈາກສະພາຮ່ວມມືເຂດອ່າວ (GCC) ດ້ວຍເລື່ອງຍົກອອກເງື່ອນໄຂທີ່ກົງກັນຂ້າມສຳລັບບັນດາປະເທດເຂດອ່າວ ໂດຍ ຊະອຸດີ ອາຣາເບຍ ນຳໜ້າ.

ກາຕາ ນາບຂູ່ຈະຖອນອອກຈາກ GCC - ảnh 1 ທ່ານລັດຖະມົນຕີການຕ່າງປະເທດກາຕາ Sheikh Mohammed bin Abdulrahman Al Thani

(ພາບ: AFP/TTXVN)

ທ່ານລັດຖະມົນຕີການຕ່າງປະເທດກາຕາ Sheikh Mohammed bin Abdulrahman Al Thani ໄດ້ສົ່ງຈົດໝາຍເຖິງທ່ານເລຂາທິການໃຫຍ່ຂອງ GCC Abdul Latif Bin Rashid Al Zayani, ໃນນັ້ນໄດ້ຍົກອອກບັນດາເງື່ອນໄຂຂອງກາຕາ, ຖ້າຫາກບໍ່ໄດ້ຮັບການຕອບສະໜອງ ປະເທດນີ້ຈະຖອກອອກຈາກ GCC. ທ່ານລັດຖະມົນຕີ Al Thani ໃຫ້ຄຳໝັ້ນສັນຍາວ່າ, ກາຕາ ປະຕິບັດຕາມບັນດາກົດໝາຍ ແລະ ບັນດາສົນທິສັນຍາສາກົນ, ພິເສດແມ່ນກ່ຽວຂ້ອງເຖິງບັ້ນຮົບຕ້ານການກໍ່ການຮ້າຍ ແລະ ອຸປະຖຳການກໍ່ການຮ້າຍ, ພ້ອມທັງເນັ້ນໜັກວ່າ, ກາຕາ ຈະບໍ່ປະນິປານອມບັນຫາອະທິປະໄຕຂອງປະເທດຕົນ. ທ່ານຖະແຫຼງວ່າ ກາຕາ ຈະອອກແຈ້ງການທີ່ມີກຳນົດເວລາ 3 ວັນໃຫ້ບັນດາປະເທດເຂດອ່າວເພື່ອຍົກເລີກຄຳສັ່ງປິດລ້ອມສຳລັບກາຕາ ແລະ ຊົດເຊີຍຄວາມເສຍຫາຍດ້ານການເມືອງ ແລະ ເສດຖະກິດເຊິ່ງ Doha ຕ້ອງແບກຫາບ. ຖ້າຫາກໝົດກຳນົດເວລາ, ກາຕາ ຈະອອກຖະແຫຼງການຖອນອອກຈາກ GCC ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ