ການ​ກໍ່​ການ​ຮ້າຍ​ຢູ່ ໄຮ​​ຕິ: UNICEF ກ່າວ​ເຕືອນ​ຄວາມ​ສ່ຽງ​ເກີດ​ວິ​ນາດ​​ສະ​ກຳ​ມະ​ນຸດ​ສະ​ທຳ

(VOVWORLD) - ຜູ້ຕາງໜ້າ UNICEF ປະຈຳ ໄຮຕິ, ທ່ານ Bruno Maes ຖະແຫຼງວ່າ ການປຸ້ນສະດົມບັນດາແຫຼ່ງສະໜອງເຄື່ອງອຸປະກອນການແພດທີ່ສຳຄັນສຳລັບເດັກໃນຈຸດເວລາທີ່ ລະບົບສາທາລະນະສຸກຖືກຊຸດໂຊມນັ້ນ ແມ່ນລະເມີດສິດທິເດັກ. 
ການ​ກໍ່​ການ​ຮ້າຍ​ຢູ່ ໄຮ​​ຕິ: UNICEF ກ່າວ​ເຕືອນ​ຄວາມ​ສ່ຽງ​ເກີດ​ວິ​ນາດ​​ສະ​ກຳ​ມະ​ນຸດ​ສະ​ທຳ - ảnh 1ປະຊາຊົນ ໄຮຕິ ໄປເອົານ້ຳ (ພາບ:Reuters)
ທ່າກ່ຳປັ່ນໃຫຍ່ຢູ່ນະຄອນຫຼວງ Port – au – Prince ຂອງ ໄຮຕີ ສືບຕໍ່ຖືກບັນດາກຸ່ມປະກອບອາວຸດ ປຸ້ນມ້າງທຳລາຍ. ຄຼິບວິດີໂອໃນສື່ສັງຄົມ ໄດ້ຊີ້ໃຫ້ເຫັນວ່າ ມີນັບຮ້ອຍຄົນໄດ້ປຸ້ນສະດົມບັນດາຕູ້ຄອນເທນເນີ, ລວມທັງເຄື່ອງຊ່ວຍເຫຼືອ ໂດຍຫຼາຍອົງການຊ່ວຍເຫຼືອມະນຸດສະທຳສາກົນສົ່ງໄປ ໄຮຕິ.

        ຜູ້ຕາງໜ້າ UNICEF ປະຈຳ ໄຮຕິ, ທ່ານ Bruno Maes ຖະແຫຼງວ່າ ການປຸ້ນສະດົມບັນດາແຫຼ່ງສະໜອງເຄື່ອງອຸປະກອນການແພດທີ່ສຳຄັນສຳລັບເດັກໃນຈຸດເວລາທີ່ ລະບົບສາທາລະນະສຸກຖືກຊຸດໂຊມນັ້ນ ແມ່ນລະເມີດສິດທິເດັກ. ຜູ້ຕາງໜ້າ UNICEF ຮຽກຮ້ອງໃຫ້ຢຸດຕິການກະທຳດັ່ງກ່າວໃນທັນທີ ເພື່ອຄວາມເປັນຕາຍຂອງເດັກ, ພ້ອມທັງຮັບປະກັນຄວາມປອດໄພໃຫ້ແກ່ການເຂົ້າເຖິງດ້ານມະນຸດສະທຳ. ຖ້າການໃຊ້ຄວາມຮຸນແຮງບໍ່ຢຸດຕິລົງ ແລະ ບັນດາຊ່ອງທາງພະລາທິການທີ່ຈຳເປັນບໍ່ໄດ້ເຄື່ອນໄຫວຄືນໃໝ່, ວິກິດການສາທາລະນະສຸກ ຈະຍິ່ງຮ້າຍແຮງກວ່າອີກ.

      


ຕອບກັບ

ຂ່າວ/ບົດ​ອື່ນ