ການກະທຳຕັ້ງຮ້ານເຈາະ ນ້ຳມັນຂອງຈີນເຮັດໃຫ້ ອາເມລິກາມີຄວາມ ເປັນຫ່ວງກັງວົນ
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry
(ພາບ: AP)
(vovworld)- “ການກະທຳຕັ້ງຮ້ານເຈາະນ້ຳມັນຂອງຈີນຢູ່ເຂດໄຫຼ່ທະວີບຂອງຫວຽດນາມໄດ້ເຮັດໃຫ້ ອາເມລິກາ ແລະ ບັນດາປະເທດກ່ຽວຂ້ອງ ມີຄວາມເປັນຫ່ວງກັງວົນຢ່າງເລິກເຊິ່ງ“ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໄດ້ເນັ້ນໜັກຄືດັ່ງກ່າວ ເພື່ອສະແດງຄວາມວິຕົກກັງວົນອັນເລິກເຊິ່ງຕໍ່ເລື່ອງຈີນ ນຳຮ້ານເຈາະນ້ຳມັນ ແລະ ກຳປັ່ນປ້ອງກັນເຂົ້າເຄືອ່ນໄຫວຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ. ກ່າວຄຳເຫັນກັບວົງການນັກຂ່າວກ່ອນການເຈລະຈາຍຸດທະສາດອາເມລິກາ-ສິງກະໂປຄັ້ງທີ 3, ຈັດຂຶ້ນຢູ່ນະຄອນຫຼວງວໍຊິງຕັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເນັ້ນໜັກວ່າ: ການກະທຳຂອງຈີນ ຢູ່ເຂດໝູາເກາະຮ່ວາງຊາໄດ້ເຮັດໃຫ້ອາເມລິກາ ແລະ ບັນດາປະເທດທີ່ກ່ຽວຂ້ອງມີຄວາມເປັນຫ່ວງກັງວົນຢ່າງເລິກເຊິ່ງ:
“ພວກຂ້າພະເຈົ້າມີຄວາມເປັນຫ່ວງກັງວົນທີ່ສຸດ. ບັນດາປະເທດເຂົ້າຮ່ວມການເຄື່ອນໄຫວການເດີນທະເລ ແລະ ຄົມມະນາຄົມບົນທະເລຕາເວັນອອກ ແລະ ທະເລຮວາຕຸງລ້ວນແຕ່ມີຄວາມເປັນຫ່ວງກັງວົນກ່ຽວກັບການກະທຳເກາະຜິດຂອງຈີນ. ອາເມລິກາ ຫວັງວ່າປະມວນຂໍ້ກຳນົດການປະພຶດຈະໄດ້ຮັບການສ້າງຂຶ້ນ ແລະ ຫວັງວ່າເຫດການດັ່ງກ່າວຈະໄດ້ຮັບການແກ້ໄຂໂດຍສັນຕິ ຜ່ານກົດໝາຍວ່າດ້ວຍທະເລ, ຜ່ານຕຸລາການ ແລະ ດ້ວຍທຸກດວິທີແຕ່ບໍ່ໄດ້ຕໍ່ສູ້ໂດຍກົງ ແລະ ມີການກະທຳເກາະຜິດ“.
ກ່ອນໜ້ານນັ້ນ, ການນຳຂັ້ນສູງຂອງທັງສະພາແຫ່ງຊາດ ແລະ ລັດຖະບານອາເມລິກາ ລ້ວນແຕ່ໄດ້ອອກສຽງຄັດຄ້ານການກະທຳເກາະຜິດຂອງຈີນ ຢູ່ທະເລຕາເວັນອອກ.ສ່ວນລັດຖະບານອັງກິດ ໃຫ້ຮູ້ວ່າ: ປະເທດນີ້ສະໜັບສະຫນູນຖະແຫຼງການກ່ຽວກັບສະພາບຄວາມເຄັ່ງຕຶງ ຢູ່ທະເລຕາເວັນອອກຂອງອີຢູ ແລະ ໄດ້ຍົກອອກບັນຫານີ້ກັບລັດຖະບານຈີນ ແລະ ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງລະງັບໃຈ ແລະ ຊອກຫາວິທີຈຳກັດບໍ່ໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ./.