ການຄ້າ2ສົ້ນການາດາ-ຫວຽດນາມເພີ່ມແຮງໃນ9ເດືອນຕົ້ນປີ2015

ການຄ້າ2ສົ້ນການາດາ-ຫວຽດນາມເພີ່ມແຮງໃນ9ເດືອນຕົ້ນປີ2015 - ảnh 1
(ພາບປະກອບ)

(vovworld) ​ ​ ຕາມ​ອົງການ​ສະຖິຕິ ກາ​ນາ​ດາ (Satistic Canada) ​ແລ້ວ, ຍອດວົງ​ເງິນ​ການ​ຄ້າ 2 ສົ້ນລະຫວ່າງ ກາ​ນາ​ດາ ​ແລະ ຫວຽດນາມ ​ຮອດ​ເດືອນ​ 9/2015 ບັນລຸ​ເກືອບ​ 2,8 ຕື້ USD, ​ເພີ່ມຂຶ້ນ​ຢ່າງ​ແຮງ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ. ​ການ​ສົ່ງ​ອອກ​ຂອງ ຫວຽດນາມ ​ໃນ 9 ​ເດືອນ​ໄປ​ຍັງ ກາ​ນາ​ດາ ບັນ​ລຸ​ເກືອບ 2,4 ຕື້ USD, ​ເພີ່ມ​ຂຶ້ນ​ກ່ວາ 31% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2014. ບັນດາ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ ຫວຽດນາມ ​ໄປ​ຍັງ ກາ​ນາ​ດາ ລວມມີ: ​ເຄື່ອງ​ເຟີ​ນີ​ເຈີ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ​​ເກີບ​ໜັງ, ສິນ​ທະ​ເລ, ​ເຄື່ອງພິມ​ຊະນິດ​ຕ່າງໆ, ສາຍ​ໄຟ, ​ໂທລະສັບ​ມືຖື, ອຸປະກອນ​ໂທລະ​ຄົມມະນາຄົມ; ກາ​ເຟ, ໝາກມ່ວງ​ຫິມມະ​ພານ, ພາຫະນະ​ຂົນ​ສົ່ງ ​ແລະ ​ເຄື່ອງ​ອາ​ໄຫຼ່; ຢາງ​ພາລາ; ຜະລິດ​ຕະພັນ​ຢາງ; ຜັກ, ໝາກ​ໄມ້…​ໃນ​ຂະນະ​ນັ້ນ, ກາ​ນາ​ດາ ສົ່ງອອກ​ສິນຄ້າ​ມາ​ຍັງ ຫວຽດນາມ ມີ: ຝຸ່ນ​ເຄມີ, ສິນ​ທະ​ເລ, ​ເຫລັກ​ກ້າ, ​ເພັດພອຍ, ອຸປະກອນ​ການ​ແພດ, ພາຫະນະ​ຂົນ​ສົ່ງ.

 

ຂ່າວ/ບົດ​ອື່ນ