ການຈະເລີນເຕີບໂຕເສດຖະກິດຂອງ ຢູແກຼນ ຫລຸດລົງ7,5%ໃນປີ2014

ການຈະເລີນເຕີບໂຕເສດຖະກິດຂອງ ຢູແກຼນ  ຫລຸດລົງ7,5%ໃນປີ2014 - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko
ພາບ:internet
(vovworld)-​ ​ວັນ​ທີ 30/12, ທ່ານ​ນາງ  Valeria Gontareva, ຜູ້​ວ່າກ​ານ​ທະ​ນາ​ຄານ​ສູນ​ກາງ ຢູ​ແກຼນ ໃຫ້​ຮູ້​ວ່າ: ​ການ​ຈະ​ເລີນ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຢູ​ແກຼນ ຫລຸດ​ລົງ 7,5% ໃນ​ປີ 2014, ແລະ ກໍ​ແມ່ນ​ປີ​ຊົ່ວ​ທີ່​ສຸດ​ສຳ​ລັບ​ປະ​ເທດນີ້​ນັບ​ແຕ່​ໄລ​ຍະ​ສົງ​ຄາມ​ໂລກ​ຄັ້ງ​ທີ 2. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່​ນະ​ຄອນ​ຫລວງ ກີ​ແອບ, ທ່ານ​ນາງ Gontareva ປະ​ກາດ​ວ່າ: ໄລ່​ມາ​ຮອດ​ທ້າຍ​ເດືອນ 11 ຜ່ານ​ມາ, ອັດ​ຕາ​ໄພ​ເງິນ​ເຟີ້​ປະ​ຈຳ​ປີ​ຂອງ ຢູ​ແກຼນ ຂຶ້ນ​ເຖິງ 21% ຍ້ອນ​ການ​ສະ​ສົມ​ຄຳ ແລະ ເງິນ​ຕາ​ຕ່າງ​ປະ​ເທດ​ຫລຸດ​ລົງ​ຢ່າງ​ແຮງ. ການ​ຕີ​ລາ​ຄ​າ​​ດັ່ງ​ກ່າວຂອງຜູ້​ວ່າ​ການ​ທະ​ນາ​ຄານ​ສ​ູນ​ກາງ ຢູ​ແກຼ​ນ ​ຖືກຍົກ​ອອກ​ພາຍ​ຫລັງ​ມື້​ຫນຶ່ງ​ທີ່​ສະ​ພາ​ແຫ່ງ​ຊາດ ຢູ​ແກຼ​ນ ຮັບ​ຮອງ​ເອົາ​ແຜນ​ງົບ​ປະ​ມານ​ຮັດ​ເຂັມຄັດ​ປີ 2015, ໃນ​ນັ້ນ ມີ​ຫລາຍ​ມາດ​ຕະ​ການ​ຫລຸດ​ຜ່ອນ​ລາຍ​ຈ່າຍ​ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຂອງກອງ​ທຶນ​ເງິນ​ຕາ​ສາ​ກົນ ແລະ ບັນ​ດາ​ກົດ​ລະ​ບຽບ​ໃຫ້​ກູ້​ຢືມ​ສາ​ກົນ​ອື່ນ.
ຂ່າວ/ບົດ​ອື່ນ