ການຊ້ອມຮົບ“ງູເຫົ່າຄຳ2014”ຢູ່ໄທ

ການຊ້ອມຮົບ“ງູເຫົ່າຄຳ2014”ຢູ່ໄທ - ảnh 1
ວົງການເຈົ້າໜ້າທີ່ປະເທດຕ່າງໆເຂົ້າຮ່ວມພິທີໄຂ
(ພາບ: USA army)

(vovworld) - ການ​ຊ້ອມ​ຮົບ “ງູ​​ເຫົ່າ​ຄຳ2014” ​ແມ່​ນການ​ຊ້ອມ​ຮົບ​ດ້ານ​ການ​ທະຫານຫຼາຍ​ຝ່າຍ​ຄັ້ງ​ທີ 33, ​ໂດຍ​ໄທ ​ແລະ ອາ​ເມ​ລິ​ກາ ​ຮ່ວມ​ກັນ​ຈັດ​ຂຶ້ນ, ​ພິທີໄຂ​ຖືກ​ດຳ​ເນີນ​ຢູ່​ແຂວງ ພິດ​ສະ​ນຸ​ໂລກ ທາງ​ທິດ​ພາກ​​ເໜືອ​ໄທ ​ໃນ​ວັນ​ທີ 11/2.

    ທີ່​ການ​ຊ້ອມ​ຮົບ​ປີ​ນີ້, ນອກຈາກ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ 7​ ປະ​ເທດ​ສະມາຊິກ​ຄື :  ​ໄທ, ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ ​ເກົາຫຼີ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ ແລ້ວ, ຢ່າງໜ້ອຍ​ສຸດກໍ່ມີ 20 ປະ​ເທດ​ອື່ນ​ອີກ, ​ໃນ​ນັ້ນ ມີ ຈີນ, ມຽນມາ ​ແລະ ອັງກິດ​ໄດ້​ສົ່ງ​ຜູ້​ສັງ​ເກດ​ການ​ເຂົ້າ​ຮ່ວມ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ​ຈີນ​ ໄດ້​ສົ່ງນັກຮົບ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ “ງູ​​ເຫົ່າ​ຄຳ”.

    ນັກຮົບ​ກ່ວາ 13.000 ຄົນທີ່​ມາ​ຈາກ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຊ້ອນ​ຮົບ, ​ເອົາ​ໃຈ​ໃສ່​​ເຖິງ​ຂົງ​ເຂດ​ຊ່ວຍ​ເຫຼືອ​ມະນຸດສະທຳ​ໃນ​ກໍ​ລະ​ນີ​ເກີດ​ວິ​ກິດ​ການ ​ແລະ ວຽກ​ງານ​ຫລຸດຜ່ອນ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ. ຕາມ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ແລ້ວ, ການ​ຊ້ອມ​ຮົບ​ຄັ້ງ​ນີ້ ​ໄດ້​ຮັບ​ການ​ປະຕິບັດ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ສະຫງົບ ​ແລະ ຮັບ​ມື​ກັບ​ບັນດາ​ວິ​ກິດ​ການ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍຜ່ານ​ກຳລັງ​ຂອງນາ​ໆ​ຊາດ​ພ້ອມ​ກັນ​ແບ່ງປັນ​ຈຸດໝາຍ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ.

    ຄາດ​ວ່າ, ການ​ຊ້ອມ​ຮົບ​ປີ​ນີ້​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 21/2.

 

 


ຂ່າວ/ບົດ​ອື່ນ