ການຕ່າງປະເທດປະຊາຊົນປະກອບສ່ວນປົກປັກຮັກສາເອກະລາດ,ອະທິປະໄຕປະເທດຊາດ
ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ
(ພາບປະກອບ)
|
(vovworld) - ປີ 2014, ວຽກງານການຕ່າງປະເທດປະຊາຊົນປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພິເສດແມ່ນການປົກປັກຮັກສາເອກະລາດ, ອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ. ກ່າວຄຳເຫັນທີ່ກອງປະຊຸມຄະນະປະທານຊຸດທີ 5 ຄັ້ງທີ 2 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຈັດຂຶ້ນໃນຕອນບ່າຍວັນທີ 20/1, ຢູ່ ຮ່າໂນ້ຍ, ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ໃຫ້ຮູ້ວ່າ:
“ສຳລັບພວກເຮົາແລ້ວ, ມີບັນຫາໜຶ່ງເກີດຂຶ້ນນັ້ນແມ່ນເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ - 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະຢູ່ທະເລຂອງ ຫວຽດນາມ. ການຕ່າງປະເທດປະຊາຊົນ ໄດ້ເຂົ້າຮ່ວມການຕໍ່ສູ້ນີ້ ແລະ ຍາດໄດ້ບັນດາຜົນງານສຳຄັນທີ່ສຸດ. ໃນນັ້ນມີເລື່ອງເຊື່ອມຕໍ່ເຄືອຂ່າຍເພື່ອນມິດສາກົນອອກສຽງປົກປັກຮັກສາ, ສະໜັບສະໜູນ ຫວຽດນາມ, ສືບຕໍ່ຮັກສາຂະບວນການຮອດປະຈຸບັນ ແລະ ໜູນຊ່ວຍພວກເຮົາໃນຊຸມປີຕໍ່ໄປ”
ທີ່ກອງປະຊຸມນີ້, ຄະນະປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຮັບຮອງເອົາທິດທາງວຽກງານໃນປີ 2015, ສຸມໃສ່ເຂົ້າໃນບາງເນື້ອໃນຄື: ປັບປຸງ, ເປີດກ້ວາງ, ພັດທະນາເຄືອຂ່າຍເພື່ອນມິດສາກົນ ແລະ ຄູ່ຮ່ວມມືສາກົນຕາມລວງເລິກ…