ກ​ານ​ຖະ​ແຫຼງ​ຂ່າວ​ສາກົນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ

(VOVWORLD) -ຕອນບ່າຍວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການຖະແຫຼງຂ່າວສາກົນກ່ຽວກັບວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ການເລືອກຕັ້ງຈະດໍາເນີນໃນວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງຫຼາຍກວ່າ 69 ລ້ານຄົນຈະໄປປ່ອນບັດ ເພື່ອຄັດເລືອກສະມາຊິກສະພາແຫ່ງຊາດ 500 ທ່ານ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຈຳນວນ 3.727 ທ່ານ. ການເລືອກຕັ້ງຖືກດຳເນີນຢູ່ 84.767 ຫົວໜ່ວຍໃນທົ່ວປະເທດ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ບຸ່ຍວັນເກື່ອງ ໃຫ້ຮູ້ວ່າ ໄລ່ຮອດຈຸດເວລານີ້, ວຽກງານກະກຽມແກ່ການເລືອກຕັ້ງດັ່ງກ່າວ ໄດ້ປະຕິບັດສຳເລັດໂດຍພື້ນຖານແລ້ວ.

        “ທ້ອງຖິ່ນຕ່າງໆ ໄດ້ກຽມພ້ອມຢ່າງສູງໃຫ້ແກ່ວັນເລືອກຕັ້ງແລ້ວ. ບາງທ້ອງຖິ່ນທີ່ດຳເນີນການເລືອກຕັ້ງກ່ອນເວລາກຳນົດ ກໍຮັບປະກັນຄວາມປອດໄພ ແລະ ຖືກຕ້ອງຕາມກົດໝາຍ. ເວົ້າລວມແລ້ວ, ການເລືອກຕັ້ງຢູ່ແຕ່ລະຂັ້ນ, ຂະແໜງການ, ທ້ອງຖິ່ນ, ນະຄອນຕ່າງໆ ພວມໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ແໜ້ນແຟ້ນ ແລະ ໃຫ້ໝາກຜົນສູງ”

ກ​ານ​ຖະ​ແຫຼງ​ຂ່າວ​ສາກົນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ - ảnh 1ທ່ານນາງ ຫງວຽນທິແທັງ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດ (ພາບ: VOV)

ກ່ຽວກັບວຽກງານບຸກຄະລາກອນ ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຕາມທ່ານນາງ ຫງວຽນທິແທັງ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າ ອະນຸກຳມະການບຸກຄະລາກອນ ສະພາເລືອກຕັ້ງແຫ່ງຊາດ ແລ້ວ, ສະພາເລືອກຕັ້ງແຫ່ງຊາດ ໄດ້ມີການເຮັດວຽກຢ່າງພາວະວິໄສ, ທ່ຽງທຳ, ມີຄວາມຮັບຜິດຊອບ ແລະ ຮັບປະກັນຖືກຕ້ອງຕາມກົດໝາຍ.

ກ​ານ​ຖະ​ແຫຼງ​ຂ່າວ​ສາກົນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ - ảnh 2ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: cand.com.vn)
   ໃນວັນດຽວກັນ, ກ່າວຄໍາເຫັນທີ່ກອງປະຊຸມອອນລາຍ ກັບຄະນະກຳມະການເລືອກຕັ້ງຂອງ 3 ທ້ອງຖິ່ນ ລວມມີ ດ່າໜັງ, ກວ໋າງນາມ ແລະ ກວ໋າງງ໋າຍ ກ່ຽວກັບວຽກງານກະກຽມການເລືອກຕັ້ງ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ກຳມະການສະພາເລືອກຕັ້ງແຫ່ງຊາດ ກໍຮຽກຮ້ອງໃຫ້ 3 ທ້ອງຖິ່ນດັ່ງກ່າວ ຕ້ອງປະຕິບັດຖືກຕ້ອງຕາມຂໍ້ກຳນົດກົດໝາຍວ່າດ້ວຍການເລືອກຕັ້ງ, ວຽກງານກະກຽມ, ສືບຕໍ່ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ໄດ້ເປັນຢ່າງດີ; ສືບຕໍ່ຍູ້ແຮງວຽກງານໂຄສະນາກ່ຽວກັບການເລືອກຕັ້ງ, ປັບໄໝບັນດາກໍລະນີຂົນຂວາຍການເລືອກຕັ້ງທີ່ບໍ່ຖືກຕ້ອງຕາມຂໍ້ກຳນົດຢ່າງເຂັ້ມງວດ, ເພີ່ມທະວີວຽກງານຕິດຕາມກວດກາ, ປ້ອງກັນຄວາມປອດໄພແກ່ເຂດປ່ອນບັດເລືອກຕັ້ງຢ່າງເດັດຂາດ.

        ໄລ່ມາຮອດຈຸດເວລານີ້, ມີທ້ອງຖິ່ນ 16 ແຫ່ງ ໄດ້ຮັບການອະນຸຍາດຈາກສະພາເລືອກຕັ້ງແຫ່ງຊາດ ດຳເນີນການເລືອກຕັ້ງກ່ອນເວລາກຳນົດ.

        ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຈະໄດ້ປະກາດພາຍຫຼັງ 20 ວັນດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ 10 ວັນພາຍຫຼັງດຳເນີນການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ