ການທາບທາມຄວາມເຫັນກ່ຽວກັບການປ້ອງກັນຄວາມສະຫງົບຍຸດທະສາດ ຈີນ - ລັດເຊຍ

ການທາບທາມຄວາມເຫັນກ່ຽວກັບການປ້ອງກັນຄວາມສະຫງົບຍຸດທະສາດ ຈີນ - ລັດເຊຍ  - ảnh 1
​ກຳມະການລັດຖະບານ ຈີນ ຕ່າ​ຍຝິງກົວ ​ແລະ ​ເລຂາ​ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ​ລັດ​ເຊຍ Nikolai Patrushev
(ພາບ: ສຳ​ນັກ​ຂ່າວ​ສານ​ຊິງ​ຮ​ວາ)

(vovworld) – ວັນ​ທີ 9/1, ຢູ່​ປະ​ເທດ​ຈີນ, ​ໄດ້​ດຳ​ເນີນ​ການ​ທາ​ບທາມ​ຄວາມ​ເຫັນກ່ຽວ​ກັບ​ການປ້ອງ​ກັນ​ຄວາມ​ສະຫງົບ​ຍຸດ​ທະ​ສາດ ຈີນ - ລັດ​ເຊຍ ຄັ້ງ​ທີ 8 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ກຳມະການລັດຖະບານ ຈີນ ຕ່າ​ຍຝິງກົວ ​ແລະ ​ເລຂາ​ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ​ລັດ​ເຊຍ Nikolai Patrushev. ທີ່​ການ​ທາ​ບທາມ​ຄວາມ​ເຫັນ, ບັນດາ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີທີ່​ຖື​ວ່າ: ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ສັບສົນ​ກໍ່ຄື: ມີ​ການ​ປ່ຽນ​ແປງຢ່າງ​ເລິກ​ເຊິ່ງ ດັ່ງ​ນັ້ນ ຈີນ ​ແລະ ລັດ​ເຊຍ ທັງ​ມີກາລະ​ໂອກາດ ທັງ​ມີ​ການ​ທ້າ​ທາຍ​ໃໝ່. ​ໃນ​ສະພາບ​ການ​ນັ້ນ, 2 ປະ​ເທດ​ຄວນ​ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ຂັ້ນ​ສູງ, ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຢືດໝັ້ນ ​ສະໜັບສະໜູນ​ເສັ້ນທາງ​ພັດທະນາ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນ​ດິນ, ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ພ້ອມ​ກັບ​ບັນດາ​ຜົນ​ປະ​ໂຫຍ​ດພັດທະນາ​ຂອງ​ແຕ່ລະ​ຝ່າຍ. ນອກຈາກ​ນັ້ນ, ຜູ້​ແທນ ຈີນ ​ແລະ ລັດ​ເຊຍ ກໍ​ຢັ້ງຢືນ​ວ່າ: ຄວນ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຍຸດ​ທະ​ສາດ ​ໃນ​ບັນດາ​ບັນຫາ​ໃຫຍ່​ທີ່​ກ່ຽວຂ້ອງ​ເຖິງ​ໂລກ ​ແລະ ພາກ​ພື້ນ, ​ເດັດ​ດຽວ​ປະຕິບັດຄວາມ​ຍຸຕິ​ທຳ, ຄວາມ​ເປັນ​ທຳ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ, ພິ​ເສດ​ແມ່ນ​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ກົນ​ໄກ ຫຼາຍ​ຝ່າຍ​ຄື​ອົງການ​ຮ່ວມ​ມື ຊຽງ​ໄຫ່ (ຫຼື SCO), ກຸ່ມ BRICS ​ແລະ ​G 20.

ຂ່າວ/ບົດ​ອື່ນ