ການທາບທາມຄວາມເຫັນດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຫວຽດນາມ - Quatar
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວູຮົ່ງນາມ
ແລະ ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ Quatar
(ພາບ: tgvn.com.vn)
(vovworld) – ໂດຍປະຕິບັດຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ Quatar, ວັນທີ 11/02, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ແລະ ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ Quatar Mohammed Bin Abdullah Bin Mutib Al Rumaihi, ໄດ້ດຳເນີນກອງປະຊຸມທາບທາມຄວາມເຫັນດ້ານການເມືອງຄັ້ງທີໜຶ່ງລະຫວ່າງ 2 ກະຊວງການຕ່າງປະເທດຢູ່ຮ່າໂນ້ຍ. 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນຫຼາຍດ້ານລະຫວ່າງ 2 ປະເທດຢ່າງລະອຽດ, ພິເສດແມ່ນໃນບັນດາຂົງເຂດການເມືອງ - ການທູດ, ການຄ້າ, ການລົງທຶນ ແລະ ແຮງງານ. 2 ຝ່າຍເຫັນດີຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນພິເສດແມ່ນຄະນະຜູ້ແທນຂັ້ນສູງ; ພ້ອມທັງຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ. ກ່ຽວກັບດ້ານເສດຖະກິດ, 2 ຝ່າຍໄດ້ເປັນເອກະພາບຕ້ອງເພີ່ມທະວີການພົບປະລະຫວ່າງບັນດາກະຊວງ, ຂະແໜງການ ແລະ ວົງການວິສາຫະກິດ 2 ປະເທດ ເພື່ອແນໃສ່ຍົກສູງວົງເງິນການຄ້າ 2 ສົ້ນ, ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືກ່ຽວກັບການລົງທຶນ, ກະສິກຳ, ແຮງງານ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະຈະມາເຖິງ.