ການ​ນຳ 9 ປະ​ເທດ ອີ​ຢູ ເລັ່ງ​ລັດ​ບັນ​ດາ​ປະ​ເທດ Eurozone ແບ່ງ​ປັນ​ໜີ້ສາ​ທາ​ລະ​ນະ ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ມີຢ່າງໜ້ອຍສຸດ 9 ປະເທດສະມາຊິກຂອງສະຫະພາບເອີຣົບ (ອີຢູ) ໄດ້ຮຽກຮ້ອງໃຫ້ກຸ່ມບັນດາປະເທດນ້ຳໃຊ້ສະກຸນເງິນ ເອີໂຣ (Eurozone) ຈົ່ງພ້ອມກັນແບ່ງປັນບ້ວງ ໜີ້ສິນທີ່ໜັກໜ່ວງໃນພາກພື້ນ ເພື່ອຫຼຸດຜ່ອນການກະທົບຫຍໍ້ທໍ້ຂອງໂລກລະບາດໂຄວິດ - 19.
ການ​ນຳ 9 ປະ​ເທດ ອີ​ຢູ ເລັ່ງ​ລັດ​ບັນ​ດາ​ປະ​ເທດ Eurozone  ແບ່ງ​ປັນ​ໜີ້ສາ​ທາ​ລະ​ນະ ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: TTXVN)

 ເນື້ອໃນດັ່ງກ່າວ ໄດ້ຍົກອອກມາໃນຈົດໝາຍສົ່ງເຖິງ ອີຢູ ໃນວັນທີ 25 ມີນາ ດ້ວຍລາຍເຊັນຂອງການນຳບັນດາປະເທດ ຝລັ່ງ, ແອັດສະປາຍ, ອີຕາລີ, ເກຼັກ, ອຽກລັງ, ແບນຊິກ, ລຸກຊຳບວກ, ສະໂລເວເນຍ ແລະ ປັອກຕຸຍການ.

ໃນຈົດໝາຍສະບັບດັ່ງກ່າວ, ການນຳບັນດາປະເທດໄດ້ເນັ້ນໜັກວ່າ: “ພວກເຮົາຕ້ອງພັດທະນາເຄື່ອງມືໜີ້ສິນອັນດຽວກັນ ເພື່ອແນໃສ່ສ້າງກອງທຶນໃນຕະຫຼາດດ້ວຍພື້ນຖານອັນດຽວກັນ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກປະເທດສະມາຊິກ”.

ແນວຄວາມຄິດດັ່ງກ່າວໄດ້ຮັບການສະໜັບສະໜູນຈາກທະນາຄານສູນກາງເອີຣົບ ແຕ່ວ່າເຢຍລະມັນ ແລະ ບັນດາປະເທດຮັ່ງມີອື່ນຊ້ຳພັດຄັດຄ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ