ການນຳ Kim Jong un ຕິດຕາມກວດກາເຫດທົດລອງອາວຸດໃໝ່

(VOVWORLD) -ການນຳສປປ.ເກົາຫຼີ Kim Jong un ໄດ້ຕິດຕາມກວດກາເຫດທົດລອງອາວຸດໃໝ່ເຊິ່ງປະເທດນີ້ໄດ້ປະຕິບັດໃນຕອນເຊົ້າວັນທີ 16 ສິງຫາ.

ການນຳ Kim Jong un ຕິດຕາມກວດກາເຫດທົດລອງອາວຸດໃໝ່ - ảnh 1 ການນຳ Kim Jong un ຕິດຕາມກວດກາເຫດທົດລອງອາວຸດໃໝ່

(ພາບ: REUTERS/KCNA)

ທ່ານ Kim Jong un ສະແດງຄວາມເພິ່ງພໍໃຈຕໍ່ບັນດາການເຄື່ອນໄຫວທົດລອງອາວຸດໃໝ່, ກໍ່ຄືໄດ້ຖະແຫຼງວ່າຈະ “ສືບຕໍ່ສ້າງບັນດາກຳລັງຄວາມສາມາດ” ໃຫ້ແກ່ກອງທັບຂອງປະເທດນີ້. ນີ້ແມ່ນຄັ້ງທີ 6 ໃນຮອບເວລາກວ່າ 2 ອາທິດທີ່ສປປ.ເກົາຫຼີ ດຳເນີນການຍິງທົດລອງອາວຸດ. ໃນການເຫດຍິງກ່ອນໜ້ານີ້, ສປປ.ເກົາຫຼີ ຖະແຫຼງວ່າ ນີ້ແມ່ນບັນດາ “ອາວຸດນຳວິຖີຍຸດທະສາດໃໝ່”.

        ໃນຂະນະນັ້ນ, ທູດພິເສດຂອງອາເມລິກາ ກ່ຽວກັບສປປ.ເກົາຫຼີ, ທ່ານ Stephen Biegun ຈະໄປຍີ່ປຸ່ນ ແລະ ສ.ເກົາຫຼີ ໃນອາທິດຈະມາເຖິງ ເພື່ອປະສານງານກ່ຽວກັບບັນດາຄວາມມານະພະຍາຍາມຊຸກຍູ້ບັນຫາການສ້າງແຫຼມເກົາຫຼີ ປອດນິວເຄຼຍ. ການຢ້ຽມຢາມໄດ້ຂຶ້ນແຜນພາຍຫຼັງທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ການນຳ Kim Jong un ໄດ້ເວົ້າກັບທ່ານວ່າ ພຽງຢາງ ພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາກ່ຽວກັບບັນຫາປອດນິວເຄຼຍກັບວໍຊິງຕັນ ຄືນໃໝ່ ແລະ ປະເທດນີ້ຈະຢຸດຕິບັນດາເຫດຍິງທົດລອງລູກສອນໄຟໃນທັນທີ ເມື່ອການຊ້ອມຮົບຮ່ວມລະຫວ່າງອາເມລິກາ - ສ.ເກົາຫຼີ ສິ້ນສຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ