ການນຳ ສປປ.ເກົາຫຼີ ຊີ້ນຳເພີ່ມທະວີກຳລັງຄວາມສາມາດຜະລິດອາວຸດ
(VOVWORLD) - ສປປ.ເກົາຫຼີ ຈະເພີ່ມທະວີກຳລັງຄວາມສາມາດຜະລິດລູກສອນໄຟນຳວິທີຍຸດທະສາດ ແລະ ເຮືອບິນບໍ່ມີຄົນຂັບຢູ່ບັນດາໂຮງງານນີ້ ຄືເປັນສ່ວນໜຶ້ງທີ່ສຳຄັນໃນການປັບປຸງຄວາມສາມາດປ້ອງກັນຂອງປະເທດຊາດ.
ທ່ານ Kim Jong Un (ພາບ: TTXVN) |
ວັນທີ 6 ສິງຫາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ໃຫ້ຮູ້ວ່າ ການນຳປະເທດນີ້, ທ່ານ Kim Jong Un, ໄດ້ຍົກອອກຄຳຊີ້ນຳເມື່ອໄປຢ້ຽມຢາມບັນດາໂຄງງານຜະລິດອາວຸດໃຫຍ່ຂອງ ສປປ.ເກົາຫຼີ ແຕ່ວັນທີ 3 – 5 ສິງຫາ. ຕາມນັ້ນແລ້ວ, ສປປ.ເກົາຫຼີ ຈະເພີ່ມທະວີກຳລັງຄວາມສາມາດຜະລິດລູກສອນໄຟນຳວິທີຍຸດທະສາດ ແລະ ເຮືອບິນບໍ່ມີຄົນຂັບຢູ່ບັນດາໂຮງງານນີ້ ຄືເປັນສ່ວນໜຶ້ງທີ່ສຳຄັນໃນການປັບປຸງຄວາມສາມາດປ້ອງກັນຂອງປະເທດຊາດ.
ສປປ.ເກົາຫຼີ ໄດ້ ແລະກຳລັງຍູ້ແຮງການພັດທະນາອາວຸດຍຸດທະສາດ, ລວມທັງລູກສອນໄຟນຳວິຖີໄລຍະໄກ ແລະ ເຮືອນບິນບໍ່ມີຄົນຂັບ.