ການນຳ ສປປ.ເກົາຫຼີ ສຳຫຼວດກວດກາການເຄື່ອນໄຫວຂອງກອງທັບເຮືອ
(VOVWORLD) - ການນຳ Kim Jong -un ໄດ້ລົງສຳຫຼວດກວດກາກອງກ່ຳປັ່ນລາດຕະເວນໜ້ານ້ຳທະເລ ພິທັກເລກ 2 ຂຶ້ນກັບແມ່ທັບເຮືອທະເລຕາເວັນອອກ (ເຂດທະເລທາງທິດຕາເວັນອອກ ແຫຼມເກົາຫຼີ) ຂອງກອງທັບເຮືອກອງທັບປະຊາຊົນ ສປປ.ເກົາຫຼີ.
ການນຳ Kim Jong - un ໄປຢ້ຽມຢາມກົມກອງກອງທັບເຮືອ (ພາບ:KCNA) |
ວັນທີ 21 ສິງຫາ, ສື່ມວນຊົນແຫ່ງລັດ ສປປ.ເກົາຫຼີ ໄດ້ໃຫ້ຂ່າວວ່າ ການນຳ Kim Jong -un ໄດ້ໄປຢ້ຽມຢາມກົມກອງກອງທັບເຮືອ ແລະ ລົງສຳຫຼວດກວດກາການຍິງລູກສອນໄຟນຳວິຖີ. ນີ້ແມ່ນການກະທຳທີ່ໄດ້ຮັບຖືວ່າ ແນໃສ່ໂຕ້ຕອບຄືນບັນດາການຊ້ອມຮົບຮ່ວມລະຫວ່າງ ສ.ເກົາຫຼີ ກັບ ອາເມລິກາ.
ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ການນຳ Kim Jong -un ໄດ້ລົງສຳຫຼວດກວດກາກອງກ່ຳປັ່ນລາດຕະເວນໜ້ານ້ຳທະເລ ພິທັກເລກ 2 ຂຶ້ນກັບແມ່ທັບເຮືອທະເລຕາເວັນອອກ (ເຂດທະເລທາງທິດຕາເວັນອອກ ແຫຼມເກົາຫຼີ) ຂອງກອງທັບເຮືອກອງທັບປະຊາຊົນ ສປປ.ເກົາຫຼີ. ທ່ານ Kim Jong -un ກໍຕິດຕາມບັນດາລູກເຮືອຂອງກ່ຳປັ່ນລາດຕະເວນດຳເນີນການຊ້ອມຮົບຍິງລູກສອນໄຟນໍາວິຖີ “ຍຸດທະສາດ”. ການຊ້ອມຮົບແນໃສ່ “ປະຕິບັດໜ້າທີ່ບຸກໂຈມຕີໃນການສູ້ຮົບຕົວຈິງ”.