ການນຳຈິດໃຈສູງສຸດຂອງ ອີຣານ ທ່ານ Ayatollah Ali Khamenei
(ພາບ: AP)
(vovworld) – ວັນທີ 7/2, ການນຳຈິດໃຈສູງສຸດຂອງ ອີຣານ, ທ່ານ Ayatollah Ali Khamenei ໃຫ້ຮູ້ວ່າ: ປະເທດ ສ ອິດສະລາມ ບໍ່ສົມໃຈບໍ່ວ່າການເຈລະຈາ ໃດໆ ກັບ ອາເມລິກາ ໃນສະພາບການທີ່ ອາເມລິກາ ພວມເພີ່ມຄວາມດັນຕໍ່ ອີຣານ ຜ່ານບັນດາມາດຕະການລົງໂທດ. ຖະແຫຼງການດັ່ງກ່າວໄດ້ຍທ່ານ Khamenie ຍົກອອກມາພາຍຫຼັງອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama ເປີດກ້ວາງບັນດາມາດຕະການລົງໂທດຕໍ່ ອີຣານ 1 ວັນ. ກ່າວຄຳເຫັນໃນການພົບປະກັບບັນດາເຈົ້າໜ້າທີ່ການທະຫານ ອີຣານ, ທ່ານ Khamenei ຖືວ່າ: ຂໍ້ສະເໜີໃນໄລຍະມໍ່ໆມານີ້ ຂອງ ອາເມລິກາ ກ່ຽວກັບການເຈລະຈາ ກັບ ສ ອິດສະລາມ ບໍ່ມີເລື່ອງໃໝ່ ແລະ ອາເມລິກາ ພວມເພີ່ມທະວີມາດຕະການລົງໂທດຕ່າງໆເພື່ອເຮັດໃຫ້ປະເທດ ອີຣານ ຖືກຢຸດສະຫງັກ. ສຳນັກຂ່າວສານ Fars ຂອງ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Khamenei ໂດຍຢັ້ງຢືນວ່າ: ຂໍ້ສະເໜີມີຄວາມໝາຍພຽງແຕ່ເມື່ອ ອາເມລິກາ ມີເຈດຕະນາດີໃນບັນຫານີ້ຢ່າງແທ້ຈິງ. ບັນດາມາດຕະການລົງໂທດ ເພື່ອແນ່ໃສ່ກໍ່ຄວາມດັນ ກັບ ອີຣານ ບໍ່ສາມາດໄປຄຽງຄູ່ກັບບັນດາການເຈລະຈາໄດ້ ແລະ ອີຣານ ຈະບໍ່ຮັບຮູ້ມາດຕະການນີ້.