ການນຳ ອາເມລິກາ, ສ.ເກົາຫຼີ ເຫັນດີຕໍ່ການຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບບັນຫາ ສປປ.ເກົາຫຼີ

(VOVWORLD) - ທ່ານປະທານາທິບໍດີ Donald Trump ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-In ຄົນໃໝ່ ໃນວັນທີ 10 ພຶດສະພາ ໃນທັນທີ, ພາຍຫລັງທ່ານ Moon Jae-In ຮັບດຳລົງຕຳແໜ່ງ
ການນຳ ອາເມລິກາ, ສ.ເກົາຫຼີ ເຫັນດີຕໍ່ການຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບບັນຫາ ສປປ.ເກົາຫຼີ - ảnh 1 (ພາບປະກອບ)

ໃນການໂອ້ລົມທາງໂທລະສັບ, ການນຳ ອາເມລິກາ ຖືວ່າ ບັນຫານິວເຄຼຍຂອງ ສປປ.ເກົາຫຼີ ແມ່ນສັບສົນທີ່ສຸດ, ແຕ່ຍັງແມ່ນບັນຫາອາດຈະແກ້ໄຂໄດ້.  2 ຝ່າຍເຫັນດີເປັນເອກະພາບນຳກັນວ່າ ຈະຮ່ວມມືຢ່າງແໜ້ນແຟ້ນ ໃນຄວາມມານະພະຍາຍາມແກ້ໄຂວິກິດການນິວເຄຼຍໃນແຫຼມເກົາຫຼີ. ທ່ານປະທານາທິບໍດີ Donald Trump ກໍ່ເຊີນທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-In ມາຢ້ຽມຢາມ ອາເມລິກາ ໃນໄລຍະໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ