ການນຳກົມໃຫຍ່ການເມືອງຕ້ອນຮັບຄະນະນັກຮົບເກົ່າແລະຍາດຕິພີ່ນ້ອງນັກຮົບຈີນເສຍສະຫຼະຊີວິດມີໄລຍະເວລາຊ່ວຍເຫຼືອຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 22 ເມສາ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນນັກຮົບເກົ່າ ແລະ ຍາດຕິພີ່ນ້ອງນັກຮົບຈີນ ເສຍສະຫຼະຊີວິດ ທີ່ໄດ້ມີການຊ່ວຍເຫຼືອຫວຽດນາມ ໃນໄລຍະສົງຄາມຕ້ານອາເມລິກາ ກູ້ຊາດ

ການນຳກົມໃຫຍ່ການເມືອງຕ້ອນຮັບຄະນະນັກຮົບເກົ່າແລະຍາດຕິພີ່ນ້ອງນັກຮົບຈີນເສຍສະຫຼະຊີວິດມີໄລຍະເວລາຊ່ວຍເຫຼືອຫວຽດນາມ - ảnh 1 ທີ່ການຕ້ອນຮັບຄະນະຜູ້ແທນນັກຮົບເກົ່າ ແລະ ຍາດຕິພີ່ນ້ອງນັກຮົບຈີນ ເສຍສະຫຼະຊີວິດ

ທີ່ໄດ້ມີການຊ່ວຍເຫຼືອຫວຽດນາມ ໃນໄລຍະສົງຄາມຕ້ານອາເມລິກາ ກູ້ຊາດ

(ພາບ: qdnd.vn)

ເນື່ອງໃນໂອກາດຄະນະຜູ້ແທນມາຢ້ຽມຢາມຫວຽດນາມ ຕາມຄຳເຊື້ອເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ. ທີ່ການພົບປະ, ພົນຕີ ເລຮ່ຽນເວີນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ເນັ້ນໜັກວ່າ: ໃນການຕໍ່ສູ້ກູ້ຊາດຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ, ປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນຫວຽດນາມ ເຊິ່ງໄດ້ຮັບການຊ່ວຍເຫຼືອອັນໃຫຍ່ຫຼວງ, ສຸດຈິດສຸດໃຈ, ມີປະສິດທິຜົນຈາກເພື່ອນມິດສາກົນ. ພິເສດແມ່ນການຊ່ວຍເຫຼືອທາງດ້ານວັດຖຸ, ຈິດໃຈຂອງຈີນ ແລະ ບັນດາປະເທດສັງຄົມນິຍົມ, ປະກອບສ່ວນເຂົ້າໃນການຂອງການຕໍ່ສູ້ຕ້ານອາເມລິກາ ກູ້ຊາດຂອງປະຊາຊົນຫວຽດນາມ ໃຫ້ໄດ້ຮັບໄຊຊະນະ. ພັກ, ລັດ, ປະຊາຊົນ ແລະ ກອງທັບຫວຽດນາມ ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນ, ເຄົາລົບນັບຖືນ້ຳໃຈອັນດີງາມ ແລະ ການຊ່ວຍເຫຼືອອັນລ້ຳຄ່າ, ມີປະສິດທິຜົນຂອງເພື່ອນມິດສາກົນ, ໂດຍສະເພາະແມ່ນການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ