(ທ່ານລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຫວຽດນາມ ຕ້ອນຮັບ
ຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ຈີນ ປະຈຳ ຫວຽດນາມ)
(vovworld) – ຕອນບ່າຍວັນທີ 17/6, ຢູ່ ຮ່າໂນ້ຍ, ການນຳກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວໜ້າຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຈີນ ປະຈຳຫວຽດນາມ ວາງຈີ໋ເຈົາ ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ພົນຕີ ດັ້ງວັນຮ໋ຽວ, ລັດຖະມົນຕີຊ່ວຍວ່າການ, ຜູ້ປະຈຳການກະຊວງຕຳຫຼວດ ຫວຽດນາມ ໄດ້ສະແດງຄວາມພາກພູມໃຈເມື່ອເຫັນວ່າ: ໃນຊຸມປີຜ່ານມາ, ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ຈີນ ຍາມໃດກໍຮັກສາ, ຊຸກຍູ້ການຮ່ວມມືຮອບດ້ານ, ບັນລຸໄດ້ຜົນງານຫຼາຍຢ່າງທີ່ຕັ້ງໜ້າໃນບັນດາຂົງເຂດການຮ່ວມມື. ທ່ານລັດຖະມົນຕີຊ່ວຍວ່າການ ດັ້ງວັນຮ໋ຽວ, ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ຈີນ ຄວນເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກວ່າອີກໃນຂົງເຂດການຮ່ວມມື, ແບ່ງປັນບົດຮຽນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳທຸກປະເພດ. 2 ຝ່າຍດຳເນີນການກະກຽມໃຫ້ກອງປະຊຸມໂອ້ລົມສົນທະນາດ້ານປ້ອງກັນຄວາມສະຫງົບຂັ້ນລັດຖະມົນຕີຊ່ວຍວ່າການ ລະຫວ່າງ 2 ປະເທດເປັນຢ່າງດີ, ສືບຕໍ່ເປີດກ້ວາງການພົວພັນຮ່ວມມືໃນບັນດາຂົງເຂດອື່ນໆຄື: ວັດທະນະທຳ, ກິລາ…
ຫົວໜ້າຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ຈີນ ປະຈຳ ຫວຽດນາມ ວາງຈີ໋ເຈົາ ອວຍພອນໃຫ້ສາຍພົວພັນຮ່ວມມື ລະຫວ່າງ 2 ປະເທດເວົ້າລວມ, ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ຈີນ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າສະເພາະໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ຜົນງານຫຼາຍຢ່າງ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດ.