(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 24 – 27/6, ຕອນບ່າຍວັນທີ 25/6, ທ່ານພົນໂທ ໂງຊວນລີກ, ເລຂາສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໄດ້ມີການເຮັດວຽກກັບກອງບັນຊາການທະຫານແຂວງ ຫຼວງພະບາງ. ທີ່ການເຮັດວຽກ, ທ່ານ ພັນເອກ ຄຳຜາຍ ທຸມມະວົງ, ຕາງໜ້າໃຫ້ກອງບັນຊາການທະຫານແຂວງ ຫຼວງພະບາງ, ລາຍງານກັບຄະນະກ່ຽວກັບໝາກຜົນການຝຶກແອບອົບຮົມ, ກຽມພ້ອມສູ້ຮົບ, ວຽກງານສຶກສາປ້ອງກັນຊາດທົ່ວປວງຊົນ, ການສ້າງເສດຖະກິດຕິດພັນກັບການປ້ອງກັນຊາດ, ເພີ່ມທະວີວຽກງານພົວພັນຕ່າງປະເທດ, ພິເສດແມ່ນກັບກອງທັບປະຊາຊົນ ຫວຽດນາມ. ທ່ານ ພັນເອກ ຄຳຜາຍ ຂໍຂອບອົກຂອບໃຈທະຫານເຂດ 2 ຂອງ ຫວຽດນາມ, ກໍ່ຄືກອງບັນຊາການທະຫານເຂດ 2 ແຂວງເຊີນລາ ແລະ ແຂວງ ດ້ຽນບຽນ ໄດ້ເອົາໃຈໃສ່ຊ່ວຍເຫຼືອເປັນປະຈຳ. ທ່ານພົນໂທ ໂງຊວນລີກ ຫວັງວ່າ ໃນໄລຍະຈະມາເຖິງ, ກອງບັນຊາການທະຫານແຂວງ ຫຼວງພະບາງ ຈະເພີ່ມທະວີຄວາມສາມັກຄີເປັນເອກະພາບກັນ, ສືບຕໍ່ປັບປຸງ ແລະ ເສີມຂະຫຍາຍບັນດາຄຸນຄ່າອັນດີງາມຂອງກອງທັບ 2 ປະເທດ, ໃນປາງສົງຄາມກໍ່ຄືໃນໄລຍະສັນຕິພາບ.