ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ,ວອຍພອນພະສົງສຳມະເນນພຸດທະສາສະນິກກະຊົນຢູ່ນະຄອນໂຮ່ຈິມິນ

ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ,ວອຍພອນພະສົງສຳມະເນນພຸດທະສາສະນິກກະຊົນຢູ່ນະຄອນໂຮ່ຈິມິນ - ảnh 1
ທ່ານ ເຈ​ີນ​ແທງ​ເມີນ ອວຍ​ພອນສະ​ພາ​ບໍ​ລິ​ຫານ​ງານ
​ພຸດ​ທະ​ສາ​ສະ​ໜາຫວຽດ​ນາມ
(ພາບ: TTXVN)

(vovworld) - ວັນ​ທີ 19/05, ທ່ານ ເຈ​ີນ​ແທງ​ເມີນ, ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ​່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນສະ​ພາ​ບໍ​ລິ​ຫານ​ງານ​ພຸດ​ທະ​ສາ​ສະ​ໜາຫວຽດ​ນາມ ຢູ່​ຫ້ອງ​ການ II ສະ​ພາ​ບໍ​ລິ​ຫານ​ງານສະມາຄົມພຸດທະສາສະໜາຫວຽດ​ນາມ (ນະ​ຄອນ​ໂຮ່​ຈິ​ມິນ) ເນື່ອງ​ໃນ​ໂອ​ກາດວັນ​ບຸນ​ວິ​ສາ​ຂະ​ບູຊາ​​ປີ 2016 - ​ພ.ສ 2560. ທ່ານ ເຈ​ີນ​ແທງ​ເມີນ ປາດ​ຖະ​ໜາ​ວ່າ, ​ຍາ​ມ​ໃດບັນ​ດາ​ຜູ້​ມີຍົດ​ຖາ​ບັນ​ດ​າ​​ສັກ ພ້ອມ​ກັບພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນຫວຽດ​ນາມ ກໍ່​ສາ​ມັກ​ຄີ​ກັນ, ສະ​ໜິດ​ຕິ​ດ​ພັນ​ໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່​ວ​ປວງ​ຊົນ​ທັງ​ຊາດ, ສືບ​ຕໍ່​​ຕອບ​ສະ​ໜອງ ແລະ ເຂົ້າ​ຮ່ວມ​​ປະ​ຕິ​ບັດບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ. ຕາງ​ໜ້າ​ໃຫ້ສະມາຄົມ​ສະ​ມາ​ຄົມພຸດທະສາສະໜາຫວຽດ​ນາມ, ພະ​ມະ​ຫາ​ອາ​ຈານ ທິກ​ທ້ຽນ​ເຍີນ, ປະ​ທານ​ສະ​ພາ​ບໍ​ລິ​ຫານງານ​ສູນ​ກາງ​ສະ​ມາ​ຄົມພຸດ​ທະ​ສາ​ສະ​ໜາຫວຽດ​ນາມ, ຢືນ​ຢັນ​ວ່າ, ​ສະ​ພາ​ບໍ​ລິ​ຫານງານ​ສູນ​ກາງພຸດ​ທະ​ສາ​ສະ​ໜາຫວຽດ​ນາມ, ບັນ​ດາ​ຜູ້​ມີຍົດ​ຖາ​ບັນ​ດ​າ​​ສັກ ພ້ອມ​ກັບພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ​ຍາມ​ໃດ​ກໍ່ສາ​ມັກ​ຄີ​ກັນ, ສະ​ໜິດ​ຕິດ​ພັນ​ນຳ​ກັນ, ສືບ​ຕໍ່​ຮັກ​ສາ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອ​ງ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ