ການນຳທ້ອງຖີ່ນຕ່າງໆຢ້ຽມຢາມ ແລະ ອວຍພອນຊາວຄິດໃນ​ໂອກາດ​ວັນ​ບຸນຄຼິດສະມາດ 2015

ການນຳທ້ອງຖີ່ນຕ່າງໆຢ້ຽມຢາມ ແລະ ອວຍພອນຊາວຄິດໃນ​ໂອກາດ​ວັນ​ບຸນຄຼິດສະມາດ 2015 - ảnh 1
(ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
ຫງວຽນ​ທ້ຽນ​ເຍິນ ​ອວຍພອນ​ວັນ​ບຸນ ຄຼິດສະມາດ ຢູ່​ແຂວງ ກອນ​ຕຸ​ມ)


(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ບຸນຄຼິດສະມາດ 2015, ​ວັນ​ທີ 23/12, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ແລະ ຜູ້​ປະຈຳການ​ຄະນະ​ຊີ້​ນຳ​ເຂດ​ ​ໄຕ​ງວຽນ, ການ​ນຳ​ແຂວງ ກອນ​ຕຸ​ມ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ວັນ​ບຸນ ຄຼິດສະມາດ ຢູ່​ແຂວງ ກອນ​ຕຸ​ມ. ຢູ່​ທີ່​ສຳນັກ​ສັງຄະ​ລາດ ກອນ​ຕຸ​ມ, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ  ອວຍພອນສັງຄະ​ນາຍົກ, ສຳນັກ​ສັງຄະ​ລາດ ກອນ​ຕຸ​ມ ຫງວຽນ​ຮຸ່ງ​ວິ ພ້ອມ​ກັບ​ປະຊາຊົນ​ຊາວ​ຄິດ ກອນ​ຕຸ​ມ ​ໄດ້​ຕ້ອນຮັບ​​ບຸນ ຄຼິດສະມາດ​ໃນ​ຄວາມ​ສັນຕິ​ສຸກ ​ແລະ ຫວັງວ່າ​ຊາວ​ຄິດ​ຫວຽດນາມ​ແຕ່ລະຄົນ ຈະ​ເປັນ​ພົນລະ​ເມືອງ​ທີ່​ດີ, ຮັກ​ຊາດ, ມີ​ຄວາມ​ຮັບຜິດຊອບ​, ພ້ອມ​ກັບປະ​ເທດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຕອນ​ເຊົ້າ​ວັນ​ທີ 23/12, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາທິການ ​ເລ​ຮົ່ງ​ແອ​ງ ​ໄດ້​ລົງ​ຢ້ຽມຢາມ, ສະມາຄົມ​ຄິດ​ທະ​ສາສະໜາ ຮ່າ​ໂນ້ຍ ​ແລະ ພະ​ຄາ​ດິນັນ, ສັງຄະ​ນາຍົກ ຫງວຽນ​ວັນ​ເຍີນ, ສຳນັກສະມາຄົມ​ໂປ​ແຕສຕັງ ຫວຽດນາມ (ພາກ​ເໜືອ) ​ແລະ ຫຼວງ​ພໍ່ ຫົວໜ້າ​ສະມາຄົມ ຫງວຽນ​ຮື້​ວໝາກ. ຢູ່ສຳນັກສະມາຄົມ ​ໂປ​ແຕສຕັງ ຫວຽດນາມ (ພາກ​ເໜືອ), ທ່ານ ​ເລ​ຮົ່ງ​ແອ​ງ ຢືນຢັນ​ວ່າ, ບັນດາ​ຜົນງານ​ຂອງ​ປະ​ເທດ​ໃນ​ປີ 2015 ​ແມ່ນ​ມີການ​ປະກອບສ່ວນ​ຂອງ​ຊາວ ​ໂປ​ແຕສຕັງ, ບັນດາ​ຫຼວງ​ພໍ່, ສາສະ​ນິກະ​ຊົນ. ທ່ານ ​ເລ​ຮົ່ງ​ແອ​ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫຼວງ​ພໍ່, ຫົວໜ້າ​ສະມາຄົມ ​ແລະ ບັນດາ​ຫຼວງ​ພໍ່​ຈະ​ສືບ​ຕໍ່​ຊີ້​ນຳ,​ ນຳພາ, ປຸກລະດົມຜູ້​ມີ​ຍົດ​ຖາ​ບັນດາສັກ, ​ແລະຜູ້​ເຊື່ອ​ຖື​ສາສະໜາ​ໂປ​ແຕສຕັງ​ ທຸກ​ຄົນ​ ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ສະໜິດ​ຕິດ​ພັນ​, ຮ່ວມ​ເດີນທາງ​ພ້ອມ​ກັບປະ​ເທດ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

        ​ໃນ​ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ການ​ນຳ​ນະຄອນ​ ​ໂຮ່ຈີ​ມິນ, ​ໂດຍ​ທ່ານ ຫວໍ​ວັນ​ເຖືອ​ງ, ກຳມະການ​ສູນ​ກາ​ງພັກ, ຮອງ​ເລຂາ​ຜູ້​ປະຈຳການ​ຄະນະ​ພັກ​ນະຄອນ​ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ​ຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄິດ​ນະຄອນ, ສຳນັກ​ສັງຄະ​ລາດ​ນະຄອນ ​ແລະ ສຳນັກ​ສະມາຄົມ​ໂປ​ແຕສຕັງ​ຫວຽດນາມ (ພາກ​ໃຕ້). ຕາງໜ້າ​ປະຊາຊົນ​ຊາວ​ຄິດ​ນະຄອນ, ຄຸນ​ພໍ່ ຟານ​ຄັກ​ຕື່, ຮອງ​ປະທານ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄິດ​ຫວຽດນາມ, ຮອງ​ປະທານ​ຜູ້​ປະຈຳການຄະນະ​ກຳມະການ​ສາມັກຄີ​ຊາວ​ຄິດ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ຊາວ​ຄິດ​ນະຄອນ ຍາມ​ໃດ​ກໍ່​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ຂະ​ບວນການ​ລວມຂອງ​ທົ່ວ​ປະ​ເທດ, ສ້າງ​ການ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ສາສະໜາ - ຊີວິດ​ການ​ເປັນ​ຢູ່. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ຈະ​ຊຸກຍູ້​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ໝູ່​ຊາວ​ຄິດ​ກວ່າ​ອີກ ​ເພື່ອ​ສົມ​ເປັນ​ນະຄອນ​ທີ່​ມີ​ຜົນງານ, ​ຂໍ້​ລິ​ເລີ່​ມ, ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ສ້າງ​ເປັນ​ຄັນ​ທຸງ​ແຂ່ງຂັນ​ຮັກ​ຊາດ​ຢ່າງ​ແຮງ, ​ເຂົ້າ​ຮ່ວມ​ຂະ​ບວນການ​ລວມຂອງ​ນະຄອນ ກໍ່​ຄື​ຂອງ​ທົ່ວ​ປະ​ເທດ“.

        ​ໃນ​ວັນ​ດຽວ​ກັນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ນະຄອນ​ດ່າ​ນັ້ງ ກໍ່​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ອົງການ​ຄິດ​ທະ​ສາສະໜາ, ​ໂປ​ແຕສຕັງ​ບາງ​ແຫ່ງ, ພ້ອມ​ກັບບັນດາ​ຄອບຄົວ​ສາສະໜາ​ຄິດ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

ຂ່າວ/ບົດ​ອື່ນ